IMF ​ເປີດ​ເຜີຍ​ຄັງ​ສຳຮອງ​ເງິນ​ຢວນຈີນຂອງ​ບັນດາ​ປະ​ເທດ​ໃນ​ໂລກ​ເປັນ​ຄັ້ງ​ທຳ​ອິດ
2017-04-01 10:27:44  cri 
ຕາມ​ຂ່າວສານ​ຊິນ​ຮວາ: ອົງການ​ກອງ​ທຶນ​ເງິນຕາ​ສາກົນ ຫຼື IMF ​ໄດ້​ເປີດ​ເຜີຍຄັງ​ສຳຮອງ​ເງິນຢວນຈີນ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ​ເປັນ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ 31 ມີນາຜ່ານ​ມາ.

IMF ​ເລີ່​ມ​ໄດ້​ເປີດ​ເຜີຍ​ຊັບ​ສິນ​ທີ່​ເປັນ​ເງິນ​ຢວນຈີນ​ໃນ​ການ​ກວດກາປະຈຳ​ໄຕ​ມາດ​ກ່ຽວ​ກັບ​ຄັງ​ສຳ​ຮອງ​ເງິນຕາ​ຕ່າງປະ​ເທດ​ທາງ​ການ​​ເມື່ອ​ເດືອນ​ຕຸລາ​ປີ​ຜ່ານ​ມາ ​ເພື່ອ​ສ່ອງ​ແສງ​​ໃຫ້​ເຫັນສະພາບ​ຄັງ​ສຳຮອງ​ເງິນ​ຢວນຈີນ​ຂອງ​ທົ່ວ​ໂລກ.
​ກ່ອນ​ໜ້າ​ນີ້ IMF ກໍ​ໄດ້​ເປີດ​ເຜີຍ​ວ່າ, ມາດ​ຕະການ​ດັ່ງກ່າວ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ພະຍາຍາມ​ຂອງ​ຈີນ​ເພື່ອ​ຊຸກຍູ້​ໃຫ້​ເງິນ​ຢວນຫັນ​ເປັນ​ເງິນຕາ​ສາກົນ ​ໂດຍ​ຜ່ານ​ການ​ປະຕິ​ຮູບ​​ການ​ຕະຫຼາດ ​ເຊິ່ງຈະ​ສາມາດ​ປັບປຸງ​​ສະຖິຕິ​ຄັງ​ສຳຮອງ​ເງິນ​ຢວນຈີນ​ໃຫ້​ສົມບູນ​ຂຶ້ນ ​ແລະ​ອາດ​ຈະ​ສາມາດຊຸກຍູ້​ໃຫ້​ບັນດາ​ປະ​ເທດ​ໃນ​ໂລກ​ເພີ່ມ​ປະລິມານ​ເງິນ​ຢວນ​ໃນ​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ຂອງ​ຕົນ.

ຈີນ​ເລີ່​ມສະໜອງ​ຕົວ​ເລກ​ຕະກຸນ​ເງິນ​ຕ່າງໆ​ໃນ​ຄັງ​ສຳຮອງ​ປະຈຳ​ໄຕ​ມາດ​ຂອງ​ຕົນ​ໃຫ້ IMF ​ແຕ່​ເດືອນ​ກັນຍາ​ປີ 2015 ​ເຊິ່ງ​ເປັນ​ມາດ​ຕະການ​ສຳຄັນ​ເພື່ອ​​ຍົກ​ຄວາມ​​ໂປ່​ງ​ໃສ​ດ້ານ​ຕົວ​ເລກ​ຂອງ​ທະນາຄານ​​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ