ຈີນ​ຈະ​ສ້າງ​ລະບົບ​ເຊື່ອມຕໍ່​ອິນ​ເຕີ​ເນັດຄວາມ​ຖີ່​ກວ້າງ​ທີ່​ປົກ​ຄຸມ​ທົ່ວ​ໂລກ
2017-04-01 11:02:25  cri 
ຕາມ​ຂ່າວCRI: ອີງ​ຕາມ​ແຜນການ "​ໂຄງການ​ຫົງ​ຢຸນ" ຂອງກຸ່ມ​ບໍລິ​ສັດ​ວິ​ສະ​ວະ​ກຳ​ວິທະຍາສາດ​ເຕັກ​ໂນ​​ໂລ​ຊີ​ການບິນ​ອະວະກາດ​ຈີນ, ບໍລິສັດດັ່ງກ່າວຈະຍິງ​ສົ່ງ​ດາວ​ທຽມ 156 ໜ່ວຍ​ ​​ເຂົ້ສູ່​ວົງໂຄຈອນ​ທີ່​ໄກ​ຈາກ​ໜ້າດິນ 1000 ກິ​ໂລ​ແມັດ ​ເພື່ອຈະ​ສາມາດ​ສ້າງ​ເປັນ​ລະບົບ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ຄວາມ​ຖີ່ກວ້າງ​ທີ່​ປົກ​ຄຸມ​ທົ່ວ​ໂລກ.

​ເຈົ້າ​ໜ້າ​ທີ່​ປະຈຳ​ໂຄງການ​ດັ່ງກ່າວ​​ເປີດ​ເຜີຍວ່າ, ນີ້​ເປັນ​ລະບົບ​ເຊື່ອມຕໍ່ອິນ​ເຕີ​ເນັດ​ຄວາມ​ຖີ່​ກວ້າງ​ທີ່​ໃຊ້​ດາວ​ທຽມ​ນ້ອຍ​​​ໂຄຈອນໃກ້​ໜ່ວຍ​ໂລກ​ເປັນ​ຄັ້ງທຳ​ອິດ.

ທັງ​ນີ້ "​ໂຄງການ​ຫົງ​ຢຸນ"ຈະ​ແບ່ງ​ເປັນ​ສາມ​ບາດກ້າວ: ບາດກ້າວ​ທຳ​ອິດ​ຈະ​ຍິງ​ສົ່ງ​ດາວ​ທຽມ​ທົດ​ລອງ​ເຕັກນິກ​ໜ່ວຍ​ທຳ​ອິດ​ກ່ອນ​ປີ 2018 ​ເພື່ອ​ທົດສອບເຕັກນິກ​ສຳຄັນ​ໃນດາວ​ທຽມ​ໜ່ວຍ​ດຽວ; ບາດກ້າວ​ທີ​ສອງ​ຈະ​ຍິງ​ສົ່ງ​ດາວ​ທຽມ​ທົດ​ລອງ​ກິດຈະການ 4 ໜ່ວຍ​​ໃນທ້າຍ​ໄລຍະ​ປະຕິບັດ "​ແຜນການ 5 ປີຄັ້ງ​ທີ 13" ຂອງ​ຈີນ ​ແລະບາດກ້າວ​ທີ​ສາມຈະຍິງ​ສົ່ງ​ດາວ​ທຽມ 156 ໜ່ວຍ​ໃຫ້​ສຳ​ເລັດ​ແລະ​ສ້າງ​ເປັນ​ເຄືອ​ຂ່າຍ​​ເລີ່​ມບໍລິການ  ​ໃນ​ທ້າຍ​ໄລຍະ​ປະຕິບັດ "​ແຜນການ 5 ປີ​ຄັ້ງ​ທີ14" ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ