ເກີດ​ການປະ​ທະ​ກັນ​ຢູ່​ຟີ​ລິບ​ປິນ​ເຮັດ​ໃຫ້​ມີ 12 ຄົນ​ເສຍ​ຊີວິດ
2017-04-01 11:14:21  cri 
ຕາມ​ຂ່າວສານ​ຊິນ​ຮວາ: ​ເຈົ້າ​ໜ້າ​ທີ່​ທະຫານ​ຟີ​ລິບ​ປິນກ່າວ​ໃນ​ວັນ​ທີ 31 ມີນາ​ຜ່ານ​ມາ​ວ່າ, ຂະນະ​ທີ່​ເຈົ້າ​ໜ້າ​ທີ່​ທະຫານປະຕິບັດ​ໜ້າ​ທີ່ຢູ່​ແຂວງ​​ເກ​ວ໋ຊົນ​ໃນ​ຕອນ​ບ່າຍ​ວັນ​ທີ 30 ມີນາ ​ໄດ້​ພົບ​ສະມາຊິກ​ກອງ​ກຳລັງປະກອບ​ອາວຸດ​ປະຊາຊົນ​ໃໝ່ 30 ຄົນ ​ແລະ​ຈາກ​ນັ້ນ​ກໍໄດ້​ປະ​ທະ​ກັນ ​ສົ່ງ​ຜົນ​ເຮັດ​ໃຫ້ມີ​ສະມາຊິກ​ກອງກຳລັງ​ດັ່ງກ່າວ​ເສຍ​ຊີວິດ 10 ຄົນ, ຂະນະ​ທີ່​ເຈົ້າ​ໜ້າ​ທີ່​ທະຫານ​ຟີ​ລິບ​ປິນ​ເສຍ​ຊີວິດ 2 ຄົນ ​ແລະ​ອີກ​ສອງ​ຄົນ​​ບາດ​ເຈັບ.

ທ່ານ​ຊິວ​ເວສ​ເຕຣ ​ເບ​ໂລ ຫົວໜ້າຜູ້​ແທນ​ເຈລະຈາລັດຝ່າຍຖະບານ, ລັດຖະມົນຕີ​ກະຊວງ​ແຮງ​ງານ​ແລະ​ປະກອບ​ອາຊີບ​ຟີ​ລິບ​ປິນ​ເປີດ​ເຜີຍ​ຕໍ່​ສື່​ມວນ​ຊົນ​​ໃນ​ວັນ​ທີ 31 ມີນາ​ຜ່ານ​ມາ​ວ່າ, ການ​ປະ​ທະ​ກັນດັ່ງກ່າວຈະ​ບໍ່ສົ່ງ​ຜົນ​ກະທົບ​ຕໍ່​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ສອງ​ຝ່າຍ​ໃນ​ຕົ້ນ​ເດືອນ​​ນີ້, ​ແຕ່​ທາງ​ລັດຖະບານ​ຈະ​ບໍ່​ປະກາດ​ຢຸດ​ຍິງ​ແຕ່​ຝ່າຍ​ດຽວອີກ, "​ເນື່ອງ​ຈາກ​ທ່ານ​ປະທານາທິບໍດີ​ດູ​ເຕີ​ເຕຢາກ​ໃຫ້​ບັນລຸ​ການ​ຢຸດ​ຍິງ​ທັງ​ສອງ​ຝ່າຍ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ