​ຍອດ​ມູນ​ຄ່າ​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ຈີນ​ແລະ​ຫວຽດນາມ​ໃນ​ໄຕ​ມາດ​ທີ​ໜຶ່ງ​​ໃນປີ​ນີ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ
2017-04-01 11:24:14  cri 
ເຈົ້າ​ໜ້າ​ທີ່​ກົມ​​ສະຖິຕິ​ຫວຽດນາມ​ເປີດ​ເຜີຍ​ໃນ​ວັນ​ທີ 29 ມີນາ​ຜ່ານ​ມາ​ວ່າ, ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຈີນ-ຫວຽດນາມ​ໃນ​ໄຕ​ມາດ​ທີ​ໜຶ່ງ​ຂອງປີ​ນີ້​ບັນລຸ 17 ຕື້ 900 ລ້ານ​ໂດ​ລາ​ສະຫະລັດ. ຂະນະ​ທີ່​ໃນ​ໄລຍະ​ດັ່ງກ່າວ, ຫວຽດນາມ​ໄດ້​ສົ່ງ​ອອກ​ສິນຄ້າມາ​ຈີນ​ບັນລຸ​ມູນ​ຄ່າ​ເຖິງ 6 ຕື້​ໂດ​ລາ​ສະຫະລັດ ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ 43,3% ​ເຊິ່ງຮອງ​ຈາກ​ອາ​ເມ​ລິ​ກາ​ແລະ​ສະຫະພາບ​ເອີ​ລົບ ​ແລະມາ​ຮອດ​ວັນ​ທີ 20 ມີນາ​ຜ່ານ​ມາ, ວິ​ສາ​ຫະກິດ​ຈີນ​​ເຂົ້າ​ມາລົງທຶນ​​ຕາມ​ສັນຍາ​ມີມູນ​ຄ່າ​ເຖິງ 684 ລ້ານ​ໂດ​ລາ​ສະຫະ​ລັດ ​ເຊິ່ງ​ເປັນອັນ​ດັບ​ສອງ​ຈາກ 38 ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່ມາ​ລົງທຶນ ​ແລະ​ກວມ 23,4% ຂອງ​ຍອດມູນ​ຄ່າ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ຢູ່​ປະ​ເທດ​ຂອງ​ຕົນ.

ຂ່າວ​ແຈ້ງວ່າ, ດ້ານ​ການທ່ອງທ່ຽວ​ກໍ​ມີພົນລະ​ເມືອງ​ຈີນ​ເກືອບ​ສາມ​ແສນ​​ເທື່ອ​ຄົນ​​ໄປ​ທ່ຽວ​ຫວຽດນາມ​ໃນ​ເດືອນ​ມີນາ​ຜ່ານ​ມາ, ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ 39,2% ​ແລະ​ໃນ​ໄຕ​ມາດ​ທຳ​ອິດ​ປີ​ນີ້​ກໍ​ມີພົນລະ​ເມືອງ​ຈີນ​ໄປ​ທ່ຽວ​ຫວຽດນາມ​​​ເກືອບ 9 ​ແສນ 5 ໝື່ນ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ​ເຖິງ 63,5%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ