ໂທລະພາບແຫ່ງຊາດອີຣັກລາຍງານໃນວັນທີ 1 ເມສານີ້ວ່າ, ອີຢາດ ຮາມີດ ຈູມາຍລີ ຫົວໂປ່ທີ 2 ຂອງ ກຸ່ມຫົວຮຸນແຮງ IS ໄດ້ຖືກລະເບີດເສຍຊີວິດໃນການໂຈມຕີທາງອາກາດເທື່ອໜຶ່ງທີ່ກອງທະຫານລັດຖະບານດຳເນີນຕໍ່ພາກຕາເວັນຕົກຂອງປະເທດຕົນ.
ມື້ດຽວກັນ, ໂທລະພາບແຫ່ງຊາດອີຣັກໄດ້ອ້າງຕາມຂ່າວຂອງຝ່າຍທະຫານມາແຈ້ງວ່າ, ຫວ່າງມໍ່ໆນີ້, ຍົນຮົບຂອງກອງທະຫານລັດຖະບານໄດ້ໂຈມຕີເປົ້າໝາຍ IS ຢູ່ເຂດຄາອີມທີ່ຕັ້ງຢູ່ພາກຕາເວັນຕົກຂອງປະເທດຕົນແລະໃກ້ຊາຍແດນຊີຣີ, ຈູມາຍລີຖືກລະເບີດເສຍຊີວິດ.
ນັບແຕ່ປີ 2014 ເປັນຕົ້ນມາ, ກຸ່ມ IS ໄດ້ຍຶດຄອງຜືນແຜ່ນດິນຫຼາຍແຫ່ງຢູ່ພາກເໜືອແລະພາກຕາເວັນຕົກຂອງອີຣັກແລະຊີຣີ. ປັດຈຸບັນ, ກອງທະຫານລັດຖະບານອີຣັກພວມປະຕິບັດການເຄື່ອນໄຫວທາງການທະຫານເພື່ອຍຶດຄືນໂມຊູນຈາກກຸ່ມດັ່ງກ່າວ.