ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ແຟງ​ລັງ​ແມ່ນ​ແບບຢ່າງ​ການ​ຮ່ວມ​ມື​ໄມຕີ​ຈິດ​ລະຫວ່າງ​ຈີນ​ກັບ​ເອີ​ລົບ
2017-04-02 17:43:55  cri 

ກ່ອນ​ທ່ານ​ສີ​ຈີ້​ນຜິງ ປະທານ​ປະ​ເທດ​ຈີນ​ຈະ​ຢ້ຽມຢາມ​ແຟງ​ລັງ​ທາງ​ລັດຖະກິດ, ທ່ານ​ເຊີນ​ລີ້ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ແຟງ​ລັງ​​ໃຫ້​ສຳພາດ​ຕໍ່ສື່ມວນ​ຊົນ​ວ່າ, ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບ​ແຟງ​ລັງ​ແມ່ນ​ແບບຢ່າງແຫ່ງ​ການຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ແລະ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າ​ງມີ​ຜົນ​ປະ​ໂຫຍດລະຫວ່າງສອງ​ປະ​ເທດ​ທີ່​ມີ​ປະຫວັດສາດ​ແລະ​ວັດທະນະທຳ​ຕ່າ​ງກັນ, ລະບອບ​ສັງຄົມ​ແລະ​ໄລຍະ​ພັດທະນາ​ຕ່າງ​ກັນ​​.

ທ່ານ​ເຊີ​ນລີ້​ກ່າວ​ວ່າ, ​ໂດຍ​ຕອບ​ສະໜອງ​ຕາມຄຳ​ເຊີນ​ຂອງ​ທ່ານ​ຊາວ​ລີ ນີນີສ​ໂຕ ປະ​ນານາ​ທິບໍດີ​ແຟງ​ລັງ, ທ່ານ​ສີ​ຈີ້ນຜິງ ປະທານ​ປະ​ເທດ​ຈີນ​ຈະ​ຢ້ຽມຢາມ​ແຟງ​ລັງ​ທາງ​ລັດຖະກິດ​​ແຕ່​ວັນ​ທີ 4 ຫາ​ວັນ​ທີ 6 ​ເມສາ​ນີ້. ນີ້​ແມ່ນ​ທ່ານ​ປະທານ​ສີ​ຈີ້​ນຜິງ​ຢ້ຽມຢາມ​ປະ​ເທດ​ສະຫະພາບ​ເອີ​ລົບ​ເປັນ​ເທື່ອ​ທຳ​ອິດ​ໃນ​ປີ​ນີ້, ກໍ່​ແມ່ນ​ປະມຸກ​ລັດ​ຈີນ​ຢ້ຽມຢາມ​ແຟງ​ລັງ​ທາງ​ລັດຖະກິດ​ອີກ​ເທື່ອ​ໜຶ່ງ​ໃນ​ຮອບ 22 ປີ​ມາ​​ເຊິ່ງ​ໄດ້​ສະ​ແດງ​​ໃຫ້​ເຫັນ​ຢ່າງ​ເຕັມທີ່​ວ່າ​ຈີນ​ເອົາ​ໃຈ​ໃສ່​ສູງຕໍ່​ສາຍ​ພົວພັນໄມຕີ​ຈິດ​​ແລະ​ການ​ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ​ກັບ​ແຟງ​ລັງ, ມີ​ຄວາມ​ໝາຍ​ປະຫວັດສາດ​ອັນ​ສຳຄັນ.

ທ່ານ​ເຊີນ​ລີ້​ຊີ້​ໃຫ້​ເຫັນວ່າ, ປັດ​ຈຸ​ບັນ, ການພັວພັນ​ລະຫວ່າງ​ຈີນ​ກັບ​ແຟງ​ລັງຢູ່​​ໃນລະດັບ​ດີທີ່​ສຸດ​ໃນ​ປະຫວັດສາດ,​ ​ແລະ​ກຳລັງພັດທະນາ​ຢ່າງ​ວ່ອງ​ໄວ. ສອງ​ປະ​ເທດ​ລ້ວນ​ແຕ່​ໃນ​ໄລຍະສຳຄັນ​ໃນ​ການ​ຫັນປ່ຽນ​ຮູບ​ການ​ພັດທະນາເສດຖະກິດ ​ແລະ​ຍົກ​ລະດັບ, ພວມ​ຕັ້ງໜ້າສຸມ​ໃສ່​ເຊື່ອມ​ຕໍ່ແຜນການ 5 ປີຄັ້ງທີ 13 ຂອງ​ຈີນ​ແລະ "ວິ​ໄສ​ທັດ​ການ​ພັດທະນາ 2025 " ຂອງ​ແຟງ​ລັງ, ຂຸດ​ຄົ້ນ​ກຳລັງ​ບົ່ມ​ຊ້ອນ​​ໃນ​ການຮ່ວມ​ມື, ​ເປີດ​ກວ້າງ​ຂົງ​ເຂດ​ຮ່ວມ​ມື, ສ້າງ​ຈຸດ​​ເດັ່ນ​ໃໝ່​ໃນ​ການ​ຮ່ວມ​ມື​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ