ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຂະຫຍາຍຕົວ​ຢ່າງດີ​ງາມ​ນັ້ນ​ເປັນ​ກຳລັງ​​ອັນ​ແຂງ​ແຮງ​​ໃນ​ການ​ພັດທະນາ​ເສດຖະກິດ​ສອງ​ປະ​ເທດ
2017-04-02 17:45:02  cri 

ໃນ​ຖານ​ະເປັນ​ 2 ກຸ່ມ​ເສດຖະກິດໃຫຍ່​ທີ່​ສຸດ​ໃນ​​ໂລກ, ການ​ຂະຫຍາຍຕົວ​ຂອງ​ການພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງຈີນ​ກັບ​ອາ​ເມ​ລິ​ກາ​​ໄດ້​ຮັບ​ຄວາມ​ສົນ​ໃຈ ​ສູງ​ເປັນ​ເວລາ​ດົນນານ​ມາ​ນີ້.

ເມື່ອ​ໄດ້ພັດ​ທະນາມາ​ເປັນ​ເວລາ 45 ປີ​ແລ້ວ, ການ​ພົວພັນ​​ເສດຖະກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ໄດ້​​ເປັນ​ສະພາບ​ທີ່​ອາ​ໄສ​ກັນ​ໃນ​ລະດັບ​ສູງ. ​ໃນ​ປີ 2016 , ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດໄດ້​ສູງ​​ເຖິງ 519 ຕື້ 600 ລ້ານ​ໂດ​ລາ. ປັດຈຸບັນ, ຈີນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ອາ​ເມ​ລິ​ກາ​ແລະອາ​ເມ​ລິ​ກາ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ທີ 2 ຂອງ​ຈີນ. ນັກ​ວິ​ເຄາະ​ຊີ້​​ໃຫ້​ເຫັນວ່າ, ຖ້າ​ການ​ພົວພົວພັນ​ການ​ຄ້າ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ຮັກສາ​ທ່ວງທ່າ​ທີ່​ຂະຫຍາຍຕົວ​ຢ່າງ​ຕັ້ງໜ້າ, ສອງ​ປະ​ເທດ​ຈະ​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​​ເຊິ່ງກັນ​ແລະ​ກັນ​ໃນອະນາຄົດ​ທີ່ບໍ່​ດົນ.

ທ່ານ​ຊີ​ເຊີນ ປະທານສະມາ​ຄົນ​ການ​ຄ້າ​ໃຫຍ່​ຈີນ​ຂອງ​ອາ​ເມ​ລິ​ກາ, ຜູ່​ອຳນວຍ​ການ​ໃຫຍ່​ຂອງ​ທະນາຄານ​ຈີນ​ສາຂາ​ອາ​ເມ​ລິ​ກາ​ກ່າວ​ວ່າ, ການ​ເລືອກ​ຂອງ​ຕະຫຼາດ​ເຮັດ​ໃຫ້ການ​ພົວພັນ​ເສດຖະກິດ​ການ​ຄ້າ​ສອງ​ປະ​ເທດ​ຊ່ວຍ​ຊູ​ຍູ້​ໝູນກັນ​​ແລະ​ອາ​ໄສ​ກັນ​ໃນ​ລະດັບ​ສູງ. ທ່າ​ນກ່າວ​ເນັ້ນ​ວ່າ, ການ​ພົວພັນ​ເສດຖະກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ຂະຫຍາຍຕົວ​ຢ່າງ​ປອດ​​ໃສ​​ແລະ​ໝັ້ນ​ທ່ຽງ​ໃນ​ໄລຍະ​ຍາວ​ນານນັ້ນ, ບໍ່​ພຽງ​ແຕ່​ສອດຄ່ອງ​ກັບຜົນ​ປະ​​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ​ເທົ່າ​ນັ້ນ, ຍັງ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຟື້ນ​ຟູຂອງ​ເສດຖະກິດ​ໂລກ​ແລະ​ການ​ພັດທະນາ​ໂດຍ​ສັນຕິ​ຂອງ​ທົ່ວ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ