ໂກ​ລົມ​ບີ​ເກີດ​ໄພ​ດິນ​ເຈື່ອນ ​ເຮັດ​ໃຫ້ 234 ຄົນ​ເສຍ​ຊີວິດ​ແລ້ວ
2017-04-02 14:59:21  cri 

ວັນ​ທີ 1 ​ເມສາ​ນີ້, ທ່ານຮູ​ອັນ ມານູນ​ແອນ ຊັນ​ໂທສ໌ ກາ​ເດີຣົງ ປະທານາທິບໍດີ​ໂກລົມ​ບີ​ຢືນຢັນ​ວ່າ, ​ໄພ​ດິນ​ເຈື່ອນ​ຍ້ອນ​ຝົນ​ຕົກ​ໜັກທີ່​ເກີດ​ຂຶ້ນ​ຢູ່​ໂມ​ໂກ​ອາ ​ເມືອງ​ເອກ​ແຂວງ​ປູ​ຕູມາ​ໂຢ​ ພາ​ກຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ​ຕົນໄດ້​ເຮັດ​ໃຫ້ 234 ຄົນ​ເສຍ​ຊີວິດ ​ແລະ ປະມານ 200 ຄົນ​ບາດ​ເຈັບ.

ເມືອງ​ໂມ​ໂກ​ອາ​ມີ​ປະຊາກອນປະມານ 4 ໝື່ນ 3 ພັນ 700 ຄົນ. ​ໄພ​ດິນ​ເຈື່ອນ​ເກີດ​ຂຶ້ນ​​ໃນ​ຕອນ​ຮຸ່ງ​ເຊົ້າ 1 ​ໂມງ​ ຕາມ​ເວ​ລາ​ທ້ອງ​ຖິ່ນ, ປະຊາຊົນ​ສ່ວນ​ຫຼາຍ​ກຳລັງ​ນອນ​ຢູ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ