ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ແລະ ລັດຖະບານ​ຈີນ​ຕົກ​ລົງ​ສ້າງ​ຕັ້ງ​ເຂດ​ໃໝ່​ຊົງ​ອ່ານ​ແຂວງ​ເຮີ​ເປ
2017-04-02 15:08:46  cri 

ຫວ່າງ​ມໍ່ໆ​ນີ້, ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ແລະ ລັດຖະບານ​ຈີນ​ໄດ້​ອອກປະກາດ​ແຈ້ງ​ການ,ຕົກລົງ​ສ້າງ​ຕັ້ງ​ເຂດ​ໃໝ່​ຊົງ​ອ່ານ ​ແຂວງ​ເຮີ​ເປ.

ຕາມ​ແຜນການ, ​ເຂດ​ໃໝ່​ຊົງ​ອ່ານລວມທັງ​ 3 ​​ເມືອງ​ ຄື,ເມືອງຊົງ​ຊ້ຽນ, ​ເມືອ​ງ​ຣົງ​ເຊີງ ​ແລະ ​ເມືອງອ່ານຊີ່​ນ ພ້ອມ​ດ້ວຍເຂດ​ສ່ວນ​ໜຶ່ງ​ທີ່​ຢູ່​ອ້ອມ​ຂ້າງ, ຕັ້ງ​ຢູ່​ເຂດ​ສຳຄັນ​ລະຫວ່າງ​ນະຄອນຫຼວງ​ປັກ​ກິ່ງ, ນະຄອນ​ທ່ຽນ​ສິນ ​ແລະ ​ເມືອງ​ປາວ​ຕີ້​ງ, ມີ​ທ່າ​ແຮງ​ພົ້ນ​ເດັ່ນດ້ານພູມີພາກ, ຄົມມະນາຄົມ​ສະດວກ​ຫຼາຍ, ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ດີງາມ, ມີ​ຄວາມ​ສາມາດ​​ການ​ບັນຈຸ​ຢ່າງແຂງ​ແຮງ​ດ້ານ​ຊັ​ບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ປັດຈຸບັນ​ຍັງ​ບໍ່​ທັນໄດ້​ພັດທະນາ​​ເທື່ອ, ຈຶ່ງມີ​ຊ່ອງ​ຫວ່າງການ​ພັດທະນາ​ອັນ​ກວ້າງຂວາງ, ມີ​ເງື່ອນ​ໄຂ​ກໍ່ສ້າງທີ່​ມີ​ຈຸດ​ເລິ່ມຕົ້ນ​ສູງ ​ແລະ ມາດຖານ​ສູງ. ​​​ເນື້ອ​ທີ່​ກໍ່ສ້າງ​​ຂອງ​ເຂດ​ໃໝ່ຊົງ​ອ່ານ​ໃນ​ໄລຍະ​ຕົ້ນ​ຈະມີ​ປະມານ 100 ກິ​ໂລ​ຕາ​ແມັດ, ໄລຍະ​ກາງ​​ຈະ​ມີປະມານ 200 ກິ​ໂລ​ຕາ​ແມັດ ແລະ ໄລຍະ​ໄກ​​ປະມານ 2 ພັນ​ກິ​ໂລ​ຕາ​ແມັດ.

ການ​ກໍ່ສ້າງ​ເຂດ​ໃໝ່​ຊົງ​ອ່ານ​ແມ່ນ​ການຕົກລົງ​ນະ​ໂຍບາຍ​ອັນ​ສຳຄັນ​ຂອງ​ສູນ​ກາງ​ພັກ​ກອມ​ມູນ​ນິດ​ຈີນ ​ໂດຍ​ແມ່ນ​ທ່ານ​ເລຂາທິມການ​ໃຫຍ່​ສີ​ຈີ້​ນຜີ​ງ​ເປັນ​ແກນ​ກາງ, ​ເພື່ອ​ຊຸກ​ຍູ້​ນະຄອນຫຼວງ​ປັກ​ກິ່ງ, ນະຄອນ​ທ່ຽນ​ສິນ ​ແລະ ​ແຂວງ​ເຮີ​ເປ​ໃຫ້​ພັດທະນາ​ຢ່າງ​ປະສານ​ກົມກຽວ​ກັນ.

ທ່ານ​ສີ​ຈີ້​ນຜີ​ງຊີ້​ອອກ​ວ່າ, ການ​ກໍ່ສ້າງ​ເຂດ​ໃໝ່​ຊົງ​ອ່ານ​ມີໜ້າ​ທີ່​ສຳຄັນ 7 ດ້ານ, ຄື, ໜຶ່ງ​, ກໍ່ສ້າງ​​ເມືອງ​ໃໝ່​ສະມາດ​ສີຂຽວ, ສ້າງ​ເປັນ​ຕົ​ວ​ເມືອງ​ສາກົນ​ທີ່​ລະດັບ​ໜຶ່ງ​, ສີຂຽວ, ທັນ​ສະ​ໄໝ ​ແລະ ສະມາດ. ສອງ​, ສ້າງ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ສ້າງ​ຕົວ​ເມືອງ​ຊີວະ​ພາບ​ທີ່​ອາກາດ​ສົດ​ໃສ ​ແລະ ນຳ​ໃສ​ສະອາດ, ນ້ຳ​ກັບ​ເມືອງ​ເຊື່ອມ​ໂຍງ​ເຂົ້າກັນ. ສາມ, ພັດທະນາ​ອຸດສາຫະກຳ​ໄຮ​ເຕັກ​ແລະ​ລະດັບ​ສູງ, ຕັ້ງໜ້າ​ດຶງ​ດູດ ​ແລະ ​ເຕົ້າ​ໂຮມ​ຊັບພະຍາກອນແບບ​ປະດິດ​ສ້າງ, ບຳລຸງ​ສ້າງ​ພະລັງ​ພັດທະນາ​​ໃໝ່. ສີ່​ແມ່ນ, ​ໃຫ້ການ​ບໍລິການ​ສາທາລະນະ​ທີ່​ມີ​ຄຸນ​ນະພາ​ບດີ, ສ້າງ​ສາທາລະນູປະ​ໂພ​ກ​ທີ່​ມີ​ຄຸນ​ນະພາ​ບດີ, ສ້າງ​ແບບຢ່າງ​ໃໝ່ຂອງ​ການ​ຄຸ້ມ​ຄອງ​ຕົວ​ເມືອງ. ຫ້າ​, ສ້າງ​ເຄືອ​ຂ່າຍ​ຄົມມະນາຄົມ​ທັງ​ໄວ​ທັງ​ສະ​ດວກ, ສ້າງ​ລະບົບ​ຄົມມະນາຄົມ​ສີ​ຂຽວ. ຫົກ​, ຊຸກ​ຍູ້​​ການ​ປະຕິ​ຮູບ​​ໂຄງ​ປະກອບ ​ແລະ ກົນ​ໄກ, ​ເສີມ​ຂະຫຍາຍ​ບົດບາດ​ລັກສະນະຕັດສິນ​ຂອງ​ຕະຫຼາດ​ໃນ​ການຈັດ​ສັນ​ຊັບພະຍາກອນ ​ແລະ ​ເສີມ​ຂະຫຍາ​ຍບົດບາດຂອງອົງການ​ປົກຄອງ​ໃຫ້ດີກ​ວ່າ​ເກົ່າ, ປຸກລະດົມພະລັງ​ຊີວິດ​ຂອງ​ຕະຫຼາດ. ​ອັນ​ສຸດ​ທ້າຍ, ​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຢ່າງຮອບດ້ານ, ສ້າງ​ເວທີ​ໃໝ່​ທີ່​​ຂະຫຍາ​ຍການ​​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ ດຳ​ເນີນ​ການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ