ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ການ​ປະຕິບັດ​ກົດໝາຍ​ດ້ານ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາ​ຄວນ​ອີງ​ຕາມ​ກົດ​ເກນ​ສາກົນ​ທີ່ຮັບ​ຮູ້​ທົ່ວ​​ໄປ
2017-04-02 15:14:16  cri 

ໂດຍ​ແນ​ໃສ່​ອາ​ເມ​ລິ​ກາ​ປະກາດ​ຄຳ​ສັ່ງປະ​ນານາ​ທິບໍດີ 2 ຂໍ້​ກ່ຽວ​ກັບ​ການ​ຄ້າ, ວັນ​ທີ 1 ​ເມສາ​ນີ້, ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ຊີ້​​ໃຫ້​ເຫັນວ່າ, ການ​ຄ້າ​ລະຫວ່າງ​ຈີນ ກັບ ອ​າ​ເມ​ລິ​ກາ​ແມ່ນ​​ແບບທ່າ​ແຮງຊ່ອຍ​ຊູ​ຍູ້​ຫນູນ​ກັນ​ ​ແລະ ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ມາດ​ຕະການ​ປະຕິບັດ​ກົດໝາຍ​ດ້ານ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາ ຄວນ​ອີງ​ຕາມ​ກົດ​ເກນ​ສາກົນ​ທີ່ຮັບ​ຮູ້​​ໂດຍ​ທົ່ວ​ໄປ.

ໂຄສົກ​ກະຊວງ​ກາ​ນຄ້າ​ຈີນ​ກ່າວ​ວ່າ, ກ່ຽວ​ກັບ​ບັນຫາຂາດ​ດຸນ​ໃນ​ການ​ຄ້າລະວ່າງ​ຈີນ ກັບ ອ​າ​ເມ​ລິ​ກາ, ສອງ​ຝ່າຍ​ໄດ້​ຫາລື​ກັນຫຼາຍ​ປີມາ​ແລ້ວ ​ແລະ ລ້ວນ​ແຕ່​ຮູ້​ແຈ້ງ ສະພາບ​ຕົວ​ຈິງ, ສາ​ເຫດ​ ​ແລະ ຜົນ​ສະທ້ອນ​ທີ່​ອາດ​​ເກີດ​ຂຶ້ນ, ສອງ​ຝ່າຍ​ກໍ່​ຮູ້​ດີ. ​ແນວ​ໃດ​ກໍ່​ດີ, ຈີນ​ຍິນ​ດີ​ເພິ່ມທະວີ​ການ​​ເຈລະຈາ ​ແລະ ການ​ຮ່ວມ​ມື, ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ຢ່າງ​ເໝາະ​ສົມ​ ບົນ​ພື້ນຖານ​ທີ່​ສະ​ເໝີ​ພາບ ຮ່ວມ​ມື​ກັນ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ