ເນື່ອງ​ໃນ​​ໂອກາດ "ວັນ​ພະຍາດ​​ເປັນ​ຄົນ​ບໍ່​ເຕັມ​ຂອງໂລກ" ຄັ້ງ​ທີ 10, ຜູ້​ຊ່ຽວຊານ​ຮຽກຮ້ອງ​ໃຫ້​ເອົາ​ໃຈ​ໃສ່​ຮັກ​ແພງ​ຜູ້​ທີ່​ມີ​ພະຍາດ​ດັ່ງກ່າວ
2017-04-02 15:27:00  cri 

ວັນ​ທີ 2 ​ເມສາ​ນີ້​ແມ່ນ"ວັນ​ພະຍາດ​​ເປັນ​ຄົນ​ບໍ່​ເຕັມ​ຂອງໂລກ" ຄັ້ງ​ທີ 10. ປັດຈຸບັນ, ຜູ້​ທີ່​ເປັນພະຍາດດັ່ງກ່າວຂອງ​ຈີນ​ຫຼາຍ​ກວ່າ 1 ລ້ານຄົນ, ​ໃນ​ນັ້ນ​ເດັກນ້ອຍ​ທີ່​ອາຍຸ​ບໍ່​ເຖິງ 14 ປີ​ນັ້ນຫຼາຍ​ກວ່າ 2 ລ້ານ​ຄົນ. ຜູ້​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ຮຽກຮ້ອງ​ໃຫ້​ອົງການ ​ແລະ ບຸກຄົນ​ຈົ່ງ​ຊອກ​ຮູ້​ພະຍາດ​ບໍ່​ເປັນ​ຄົນ​ເຕັມ ​ແລະ ​ເອົາ​ໃຈ​ໃສ່​ຮັກ​ແພງ​ຜູ້​ເປັນ​ມີ​ພະຍາດ​ນີ້​ຫຼາຍ​ກວ່າ​ເກົ່າ​.

ເມື່ອ​ທຽບ​ກັບ​ປະ​ເທດ​ທີ່​ໄດ້​ພັດ​ທະນາ​ແລ້ວ, ນັກວິຊາການ​ກ່ຽວກັບ​ພະຍາດບໍ່​ເປັນ​ຄົນ​ເຕັມ​​ຂອງ​ຈີນ​ຍັງ​ຂາດ​ເຂີນ​ຫຼາຍ, ຜູ້​ສອນ​ພາສາ ​ແລະ ຜູ້ຊ່ວຍຟື້ນ​ຟູ​ສຸຂະພາບກໍ່​ມີ​ໜ້ອຍ​ທີ່​ສຸດ. ສະ​ນັ້ນຈິ່ງ​ຕ້ອງການ​ລະດົມ​ກຳລັງ​ທາງ​ສັງຄົມ​ຫຼາຍ​ກວ່າ, ​ເພື່ອ​ດຳ​ເນີນ​ວຽກ​ງານ​ຊ່ວຍ​ເຫຼືອ​ຜູ້​ທີ່​​ເປັນພະຍາດ​ດັ່ງກ່າວ, ​ເຮັດ​ໃຫ້​ຂະ​ແໜງ​ການ​ຟື້ນ​ຟູ​ສຸຂະພາບ​ຂອງ​ຜູ້​ທີ່​​ເປັນ​ພະຍາດ​ນີ້ຂອງ​ຈີນ​ໄດ້ພັດທະນາ​ຢ່າງວ່ອງ​ໄວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ