ທ່ານ​ຢາ​ງ​ເຈຍ​ຊືລົມ​ກັບ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາຜ່ານ​ທາງ​ໂທລະ​ສັບ
2017-04-03 15:42:34  cri 

ວັນ​ທີ 2 ​ເມສາ​ນີ້, ທ່ານ​ຢາງ​ເຈຍ​ຊື ທີ່​ເປິກສາ​ແຫ່ງ​ລັດ​ຈີນ​ໄດ້ລົມ​ກັບທ່ານ​ເຣກສ໌ ຕີ​ເລີ​ຊັນ ລັດຖະມົນຕີ​ກະ​ຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາຜ່ານ​ທາງ​ໂທລະສັບ.

ທ່ານ​ຢາງ​ເຈ​ຍຊືກ່າວ​ວ່າ, ທ່ານ​ສີ​ຈີ້​ນຜິ​ງ ປະທານ​ປະ​ເທດ​ຈີນ​ຈະ​ພົບ​ປະ​ທ່ານ​ໂດ​ນັນ ທຣຳ ປະທາ​ນ​ນາ​ທິບໍດີ​ອາ​ເມ​ລິ​ກາ​ຢູ່​ ​ລັດ​​ໂຟຼຣີດາ​ຂອງ​ອາ​ເມ​ລິ​ກາ. ນີ້​ແມ່ນ​ເລື່ອງ​​ໃຫຍ່​ທີ່​ສຸດ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປັດຈຸບັນ, ​ເຊິ່ງມີ​ຄວາມ​ໝາຍ​ອັນ​ສຳຄັນ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ໃນຍຸກໃໝ່ການະ​ຊຸກຍູ້​ສັນຕິພາບ​ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນຮຸ່ງ​ເຮື່ອ​ງຂອງ​ເຂດ​ອາຊີ​ປາຊີ​ຟິກກໍ່​ຄືທົ່ວ​ໂລກ. ຫວັງ​ວ່າສອງ​ຝ່າຍ​ຈະສືບ​ຕໍ່​ພະຍາຍາມ​ຮ່ວມ​ກັນ, ​ເພື່ອຮັບປະກັນ​ການ​ພົບ​ປະ​ລະຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ​​ໃຫ້​ປະສົບ​ຜົນສຳ​ເລັດ ​.

ທ່ານ​ຕີ​ເລີ​ຊັນ​ກ່າວ​ວ່າ, ທ່ານ​ປະ​ທາ​ນາ​ທິບໍດີ​ທຣຳມຸ່ງ​ຫວັງ​ຕ້ອນຮັບ​ທ່ານ​ປະທານ​ສີ​ຈີ້ນຜິ​ງຢູ່​ສວນ​ມາ​ອາລາ​ໂກ. ການ​ພົບ​ປະລະຫວ່າງປະມຸກ​ລັດ​ສອງ​ປະ​ເທດທີ່​​ໃກ້ຈະ​ຈັດ​ຂຶ້ນ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ຕໍ່​ການ​ຂະຫຍາຍຕົວ​ການ​ພົວພັນ​ອາ​ເມ​ລິ​ກາ​ຈີນ​ໃນ​ອະນາຄົດ. ປະ​ເທດ​ຕົນ​ຈະ​ສຸດ​ກຳລັງ​ເຮັດ​ວຽກ​ກະກຽມ​ໃຫ້​ດີ​, ​ແລະຍິນ​ດີ​ພ້ອມ​ກັບ​ຝ່າຍ​ຈີນ​ຮັບປະກັນ​ການ​ພົບ​ປະ​​ໃຫ້​ປະສົບຜົນ​ສຳ​ເລັດ​ອັນ​ສຳຄັນ​ແລະ​ຕັ້ງ​ໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ