ສະມາຄົມ​ວິ​ສາ​ຫະກິດ​ຈີນ​ຢູ່​ມຽນມ້າສ້າງ​ຕັ້ງ​ສະມາຄົມ​ແຜ່ນ​ແພ​ເພື່ອ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ວິ​ສາ​ຫະກິດ​ທຶນ​ຈີນ
2017-04-03 15:47:05  cri 

ວັນ​ທີ 2 ​ເມສາ​ນີ້, ສະມາຄົມ​ວິ​ສາ​ຫະກິດ​ຈີນ​ຢູ່​ມຽນມ້າ​ໄດ້​ຈັດ​ກອງ​ປະຊຸມ​ປະຈຳ​ປີ​ແລະ​ສ້າງ​ຕັ້ງ​ສະມາຄົມ​ແຜ່ນ​ແພ, ​ເຊິ່ງແມ່ນສະມາຄົມ​ສະ​ເພາະ​ຂະ​ແໜງ​ການ​​ແຫ່ງທຳ​ອິດ​ທີ່ວິ​ສາ​ຫະກິດ​ຈີນ​ສ້າງ​ຢູ່​ມຽນມາ, ​ເພື່ອ​ເຮັດ​ໃຫ້​ການດຳ​ເນີນທຸລະ​ກິດ​ຂອງວິ​ສາ​ຫະກິດ​ແຜ່ນ​​ແພຈີນ​ຢູ່ມຽນມ້າ​​ເປັນລະບຽບ​ແບບ​ແຜນ​ແລະ​ປົກ​ປັກຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຕົນ​​ໃຫ້​ດີກ​ວ່າ​ເກົ່າ.

ທ່ານ​ຫົງ​ລ້ຽງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມຽນມ້າ​ກ່າວ​ວ່າ, ຫວັງວ່າສະມາຄົມ​ ​ວິ​ສາ​ຫະກິດ​ຈີນຈະ​ເພີ່ມ​ທະວີ​ການ​ສ້າງສາ​ອົງການ​ຈັດ​ຕັ້ງ, ປັບປຸງບົດບາດບໍລິການ,ແລະຍົກສູງຄວາມສາມາດໄປມາສາສູ່ກັນກັບພາຍນອກຢ່າງບໍ່ຢຸດຢັ້ງ,ເຣັດໃຫ້ສະມາຄົມກັບເປັນຂົວຕໍ່ດ້ານການຕິດຕໍ່ພົວພັນແລະເວທີການຮ່ວມກັນລະຫວ່າງວິສາຫາກິດຈີນຢູ່ມຽນມ້າກັບລັດຖະບານແລະວົງການຕ່າງໆ​ສັງຄົມມຽນມ້າ​ແລະ​ສະຖານທູດ​ຈີນ​ປະຈຳ​ມຽນມ້າ. ປັດ​ຈຸ​ບັນ, ຈີນ​ກັບ​ມຽນມາ​ພວມ​ຕັ້ງໜ້າ​ອອກ​ແຮງ​ສ້າງ " ໜຶ່ງ​ແນວທາງ​ໜຶ່ງ​ເສັ້ນທາງ " , ​ເຊື່ອໝັ້ນ​ວ່າ​ພາຍ​ໃຕ້ຄວາມ​ພະຍາຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, " ໜຶ່ງ​ແນວທາງ​ໜຶ່ງ​ເສັ້ນທາງ " ຈະ​ສ້າງ​ອະນາຄົດ​ອັນ​ດີງາມ​ອັນສົດ​​ໃສ​ໃຫ້​ສອງ​ປະ​ເທດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ