ອາ​ເມ​ລິ​ກາ​ຮັບ​ຮອງ​ວ່າການ​ໂຈມ​ຕີ IS ທີ່​ນຳ​ໂດຍ​ປະ​ເທດ​ຕົນ​ເຮັ​ດ​ໃຫ້​ປະຊາຊົນ ​ເສຍ​ຊີວິດ 229 ຄົນ​​ເປັນ​ຢ່າງ​ໜ້ອຍ
2017-04-03 15:47:47  cri 

ວັນ​ທີ 1 ​ເມສາ​ນີ້, ກະຊວງປ້ອງ​ກັນປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ນັບ​ແຕ່ປີ 2014 ​ເປັນ​ຕົ້ນ​ມາ, ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ທີ່​ໂຈມ​ຕີກຸ່ມ​ຫົວ​ຮຸນ​ແຮງ IS ທີ່​ນຳ​ໂດຍ​​ປະ​ເທດ​ຕົນ​ໄດ້​ເຮັດ​ໃຫ້ປະຊາຊົນ​ເສຍ​ຊີວິດ 229 ຄົນ​​ເປັນ​ຢ່າງ​ໜ້ອຍ.

ມື້​ດຽວ​ກັນ, ກະຊວງ​ປ້ອງ​ກັນປະ​ເທດອາ​ເມ​ລິ​ກາ​ຖະ​ແຫຼ​ງວ່າ, ສະຫະພັນສາກົນ​ເພື່ອ​ໂຈມ​ຕີ IS ທີ່​ນຳ​ໂດຍ​ປະ​ເທດ​ຕົນໄດ້​ຖິ້ມ​ລະ​ເບີດ​ 3 ​ເທື່ອຕໍ່​ເປົ້າ​ໝາຍ IS ທີ່​ໃກ້​​ໂມ​ຊູ​ນ ​ເມືອງ​ສຳຄັນ​ຢູ່​ພາກ​ເໜືອອີຣັກ​ໃນ​ເດືອນ​ກຸມພາ​ປີ​ນີ້, ​ເຮັດ​ໃຫ້​ປະຊາ​ຊົນ 4 ຄົນ​ເສຍ​ຊີວິດ, ຍັງ​ມີ 2 ຄົນ​ບາດ​ເຈັບ. ຖະ​ແຫຼ​ງການ​ລະບຸວ່າ, ນັບ​ແຕ່ເດືອນສິງຫາ ປີ 2014 ຫາ​​ເດືອນ​ກຸມພາ​ປີ​ນີ້, ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຂອງ​ສະຫະພັນ​ສາກົນ​ທີ່​ນຳ​ໂດຍປະ​ເທດ​ຕົນໄດ້​ເຮັດ​ໃຫ້​ປະຊາຊົນ ເສຍຊີວິດ229 ຄົນ​​​ເປັນຢ່າງ​ໜ້ອຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ