ທ່ານ​ສີ​ຈີ້​ນຜີ​ງພິມບົດ​ຄວາມ​ລົງສື່​ມວນ​ຊົນ​ແຟງ​ລັງ
2017-04-03 15:17:09  cri 

ກ່ອນ​ໄປ​ຢ້ຽມຢາມ​ສາທາລະນະ​ລັດ​ແຟງ​ລັງ​ທາງ​ລັດຖະກິດ, ວັນ​ທີ 3 ​ເມສາ​ນີ້, ທ່ານ​ສີ​ຈີ້​ນຜີ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພິມ​ບົດ​ຄວາມ​​ທີ່​ພາດ​ຫົວ​ເລື່ອງ​ວ່າ "​ມິດຕະພາບທີ່​ຜ່ານ​ປະຫວັດສາດ" ລົງ "ໜັງສືພິມ​ແຮນ​ຊີງ​ກີ​ຊາ​ໂນມັດ".

ບົດ​ຄວາມມີ​ບາງ​ຕອນ​ຂຽນວ່າ, ສອງ​ປະ​ເທດຈີນ- ​ແຟງ​ລັງມີ​​ໄມ​ຕີ​ຈິດມິດຕະພາບ​ຕໍ່​ກັນ. ​​ແຟງ​ລັງ​ແມ່ນໜຶ່ງ​ໃນ​ປະ​ເທດຕາ​ເວັນ​ຕົກທີ່​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ກັບ​ສ.ປ.ຈີນ​ກ່ອນ​ໝູ່, ​ແມ່ນ​ປະ​ເທດຕາ​ເວັນ​ຕົກ​ປະ​ເທດທຳ​ອິດ​ທີ່​ເຊັນ​ສັນຍາ​ການ​ຄ້າ​ລະຫວ່າງ​ລັດຖະບານ​ກັບ​ຈີນ. ຈີນ​ໄດ້ຮັກສາ​ການ​ຮ່ວມ​ມື​ຢ່າງ​​ໃກ້ຊິດ​ ກັບ​​ແຟນລັງ​ໃນ​ວຽກ​ງານ​ສາກົນ​ເປັນເວລາ​ຍາວ​ນານ, ສະໜັບສະໜູນ​ແຟນລັງ​ເສີມ​ຂະ​ຫຍາ​ຍບົດບາດ​ໃຫຍ່​ກວ່າ​ເກົ່າ​ໃນ​ວຽກ​ງານ​ສາກົນ ​ແລະ ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ ​ແລະ ການ​ພັດທະນາ​ຂອງ​ໂລກ. ການ​ພົວພັນ​ຈີນ-​​ແຟນລັງ​ແມ່ນ​ແບບຢ່າງ​ແຫ່ງານ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ ​ແລະ ​ໄປມາຫາ​ສູ່​ກັນ​ດ້ວຍ​ໄມ​ຕິ​ຈິດ​ມິດຕະພາ​ບລະຫວ່າງ​ປະ​ເທດ​ທີ່​​ເນື່ອທີ່​ຕ່າງ​ກັນ, ວັດທະນະທຳ​ຕ່າງ​ກັນ ​ແລະ ລະດັບ​ການ​ພັດທະນາ​ຕ່າງ​ກັນ. ປັດຈຸບັນ, ຈີນ ກັບ ​ແຟນລັງ​ກຳລັງ​ຕັ້ງໜ້າ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ແບບ​ໃໝ່​ທີ່​ມຸ່ງ​ໜ້າ​ໄປ​ສູ່​ອະນາ​ຄົດ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພວມ​ຜະ​ເຊີນ​ໜ້າ​ກັບ​ໂອກາດ​ການ​ພັດທະນາ​ທີ່​ດີງາມ. ​ເສດຖະກິດ​ຈີນ ​ແລະ ​ແຟນລັງ​​ມີ​ຈຸດ​ພິ​ເສດ​ອັນ​ພົ້ນ​ເດັ່ນ​ຄືຕ່າງ​ຝ່າຍ​ຕ່າງ​ມີ​ທ່າ​ແຮງຂອງ​ຕົນ, ສາມາດຊ່ວຍ​ຊູ​ຍູ້​ໜູນ​ກັນ, ​ຮ່ວມ​ມື​ກັນ ​ແລະ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫ​ຍດ. ຈີນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ແຟນລັງ​ຢູ່​ອາຊີ​ເປັນ​ເວລາ 14 ປີ​ຢ່າງ​ລຽນຕິດ, ການ​ລົງທຶນສອງ​ຕໍ່​ສອງ​​ເພິ່ມຂຶ້ນ​ຢ່າງ​ຫຼວງ​ຫຼາຍ. ​ແຜນການ "5 ປີ​ຄັ້ງທີ13" ຂອງ​ຈີນ ​ແລະ "ວິ​ໄສ​ທັດ​ການ​ພັດທະນາ​ 2025" ຂອງ​ແຟນລັງ​ມີຈຸດຄ້າຍຄື​ກັນ​ໃນ​ຫຼາຍ​ດ້ານ, ການຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຫຼາຍ​ຂົງ​ເຂດ​ລະຫວ່າງ​ສອງ​ປະ​ເທດ​ຈະມີຈຸດ​ເດັ່ນຫຼາຍ​ກວ່າ​ເກົ່າ. ຈີນ​ພວມ​ຕັ້ງໜ້າ​ຊຸກ​ຍູ້​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງໜຶ່ງ​ເສັ້ນທາງ", ຍິນ​ດີ​ຕ້ອນຮັບ​ແຟນລັງ​​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ.

ບົດ​ຄວາມຂອງທ່ານ​ສີ​ຈີ້​ນຜີ​ງຊີ້​ອອກ​ວ່າ, ນີ້​ແມ່ນ​ທ່ານ​ຢ້ຽມຢາມ​ເຂດ​​ເອີ​ລົບ​ເໜືອ​ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່​ຂຶ້ນ​ຮັບ​ຕຳ​​ແໜ່ງ​ເປັນ​ປະທານ​ປະ​ເທດ​ຈີນ. ​​ເສດຖະກິດ ເອີ​ລົບ​ເໜືອພັດທະນາ​ຫຼາຍ, ການ​ປະດິດ​ສ້າງ​ມີພະລັງ​ຊີວິດຫຼາຍ, ຈີນ ກັບ ປະ​ເທດ​​ເອີ​ລົບເໜືອ​ມີ​ການ​ພົວພັນ​ທີ່​ດີງາມ ​ແລະ ມີຄວາມ​ປາຖະ​ໜ້າ​ຢາກ​ຮ່ວມ​ມືກັນ​ຢ່າງ​ຈິງ​ໃຈ, ການ​ແລກປ່ຽນ ​ແລະ ການ​ຮ່ວມມື​​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ຝ່າຍ​ໄດ້​ຂະຫຍາຍ​ຕົວຢ່າງ​ໝັ້ນທ່ຽງ. ​ເຊື່ອໝັ້ນ​ວ່າ, ຈີນ ກັບ ​ເອີ​ລົບ​ເໜືອ​ຕິດ​ຕໍ່​ຢ່າງ​ໃກ້ຊິດນັ້ນ​ຈະ​ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ຈະ​ເລີ​ນຂອງ​ເອີ​ລົບ ​ແລະ ການ​ຂະຫຍາຍ​ການ​ພົວພັນຈີນ-​ສະຫະພາບເອີ​ລົບ. ຈີນ ກັບ ​ສະຫະພາບ​ເອີ​ລົບ​ແມ່ນ​ກຳລັງ​ສຳຄັນສ​ອງ​ແງ່​ໃນ​ໂລກ. ປັດຈຸບັນ, ການ​ພົວພັນຄູ່​ຮ່ວມຍຸດ​ທະ​ສາດ​ຢ່າງ​ຮອບດ້ານ​ລະຫວ່າງ​ຈີນ ກັບ ສະຫະພາບ​ເອີ​ລົບ​ນັບ​ມື້​ນັບ​ຂະຫຍາຍ​ກ້າວ​ສູ່​ລວງ​ເລິກ​. ຈີນ ​ແລະ ສະຫະພາບ​ເອີ​ລົບ​ລ້ວນ​ແຕ່ກຳ​ລັງ​ຊຸກ​ຍູ້​​ການ​ປະຕິ​ຮູບ​ລັກສະນະ​ໂຄງ​ປະກອບ ​ແລະ ຊຸກ​ຍູ້​ເສດຖະກິດ​ສັງຄົມ​ໃຫ້​ພັດທະນາ. ການ​ທີ່ສອງ​ຝ່າຍ​​ເຊື່ອມ​ຕໍ່ຍຸດ​ທະ​ສາດ​ການ​ພັດທະນາ ​ແລະ ​ອອກ​ແຮງ​ໃຫ້​ຜົນ​ປະ​ໂຫຍ​ດ​ເຊື່ອມ​ໂຍງ​ເຂົ້າກັນນັ້ນ, ມີ​ຄວາມ​ໝາຍ​ສຳຄັນ​​ຕໍ່​ການ​ເຕີບ​ໂຕ​ພ້ອມ​ກັນ​ຂອງ​ຈີນ ກັບ ​ສະຫະພາບ​ເອີ​ລົບ​. ຈີນ ກັບ ສະຫະພາບ​ເອີ​ລົບ​ຕ້ອງ​ຍຶດໝັ້ນທັດສະນະ​ຮ່ວມ​ທີ່​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ ກວມ​ລວມ, ປະກອບສ່ວນ​ໃໝ່​ເພື່ອ​ຊຸກ​ຍູ້ສັນຕິ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຂອງ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ