ອິນ​ໂດ​ເນ​ເຊຍ​ເກີດ​ໄພ​ພູ​ເຈື່ອນ​​ເຮັດ​ໃຫ້ 28 ຄົນ​ເສຍ​ຊີວິດ, ​​ເຂດ​ປະສົບ​ໄພເຂົ້າ​ ​ສູ່ພາວະ​ສຸກ​ເສີນ
2017-04-03 15:20:49  cri 

"ໜັງສືພິມຊາວ​ຈີນ​ອິນ​ໂດ​ເນ​ເຊຍ​ລາຍ​ວັນ"ສະບັບວັນ​ທີ 3 ​ເມສາ​ນີ້ລາຍ​ງານ​ວ່າ, ​ໄພ​ພູ​ເຈື່ອນ​ທີ່​ເກີດ​ຂຶ້ນ​ຢູ່ບ້ານ​ບາ​ນາຣານ ​ໝູ່​ບ້ານ​ປູ​ລັງ ​ເມືອງ​ໂປ​ໂນ​ໂຣ​ໂກ ​ແຂວງຈາ​ວາຕາ​ເວັນ​ອອກ​ໃນ​ວັນ​ທີ 1 ​ເມສານີ້​ໄດ້​​ເຮັດ​ໃຫ້ 28 ຄົນ​ເສຍ​ຊີວິດ, 30 ກວ່າ​ຄົນ​ຫາຍ​ສາບ​ສູນ. ​​ເຂດ​ປະສົບ​ໄພ​ໄດ້​ເຂົ້າ​ສູ່​ພາວະ​ສຸກ​ເສີນເປັນ​ເວລາ 14 ມື້.

ຂ່າວ​ແຈ້ງວ່າ, ​ໄພ​ພູ​ເຈື່ອນ​ຄັ້ງ​ນີ້​ເກີດ​ຂຶ້ນ​ຍ້ອນ​ຝົນຕົກ​ໜັກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ