ຈຳນວນ​ຜູ້​ເສຍ​ຊີວິດ​ໃນໄພ​ດິນ​ເຈື່ອນໂກ​ລົມ​ບີ​ເພິ່ມຂຶ້ນ​ເປັນ 234 ຄົນ
2017-04-03 16:15:33  cri 

ຕອນ​ຄ່ຳ​ວັນ​ທີ 1 ​ເມສາ​ນີ້, ສະພາ​ກາ​ແດງ​ໂກ​ລົມ​ບີ​ຢືນຢັນ​ວ່າ, ໄພ​ດິນ​ເຈື່ອນທີ່​ເກີດ​ຂຶ້ນ​ຢູ່​ໂມ​ໂກ​ອາ ​ເມືອງ​ເອກ​ແຂວງ​ປູ​ຕູມາ​ໂຢ​ ພາ​ກຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ໂກ​ລົມ​ບີ​​​ໃນ​ຕອນ​ຮຸ່ງ​ເຊົ້າ​ມື້​ດຽວ​ກັນໄດ້​ເຮັດ​ໃຫ້ 234 ຄົນ​ເສຍ​ຊີວິດ, 200 ຄົນ​ບາດ​ເຈັບ.

ໃນ​ເວລາ​ລົງ​ກວດກາ​ນ​ເຂດ​ປະສົບ​ໄພ, ທ່ານ​ຮູ​ອັນ ນູ​ແອນ ຊັງ​ທົສ ກາ​ເດີ​ຣົງ ປະທານາທິບໍດີໂກລົມ​ບີກ່າວ​ວ່າ, ຈະ​ຊ່ວຍ​ເຫືຼອປິ່ນ​ປົວ​ຜູ້​ບາ​ເຈັບ​ຢູ່​ເຂດ​ປະສົບ​ໄພ ​ແລະ ຈ່າຍ​​ເງິນ​ບຳນານ 6 ພັນ 377 ​ໂດ​ລາ​ສະຫະລັດ​ໃຫ້​ແກ່ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດທຸກ​ຄົນ. ກະຊວງ​ສາທາລະນະ​ສຸກ​ໂກ​ລົມ​ບີ​ໄດ້​ຂົນ​ສົ່ງວັດ​ສະດຸ​ຕ່າງໆ ​ເຊັ່ນ, ນ້ຳ​ກິນ 5 ພັນ​ລິດ ​ແລະ ຄານ​ຫາມ​ເປັນ​ຕົ້ນ​ດ້ວຍ​ທາງ​ອາກາດ​ໄປ​ສູ່​ເຂດ​ປະສົບ​ໄພ​ແລ້ວ.

ເມືອງ​ໂມ​ໂກ​ອາ​ມີ​ປະຊາກອນ 4 ໝື່ນ 3 ພັນ 700 ຄົນ. ​ໄພ​ດິນ​ເຈື່ອນ​ເກີດ​ຂຶ້ນ​​ໃນ​ຕອນ​ຮຸ່ງ​ເຊົ້າ 1 ​ໂມງ​ເ​ຊົ້າ ຕາມ​ເວ​ລາ​ທ້ອງ​ຖິ່ນ, ປະຊາຊົນ​ສ່ວນ​ຫຼາຍ​ກຳລັງ​ນອນ​ຢູ່. ນີ້​ແມ່ນ​ໄພ​ທຳ​ມະ​ຊາດທີ່​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ ​ແລະ ບາດ​ເຈັບ​ຫຼາຍທີ່​ສຸດຂອງ​ໂກ​ລົມ​ບີ​​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ