ຢືນຢັນຜູ້ຖືກສົງ​ໄສ​ກໍ່​ການ​ໂຈມ​ຕີ​ການ​ກໍ່​ການ​ຮ້າຍຢູ່ລົດ​​ໄຟ​ໃຕ້​ດິນຣັດ​ເຊຍ​ໃນ​ເບື້ອງ​ຕົ້ນ
2017-04-04 17:08:56  cri 


ຕາມຂ່າວສານຕັສລາຍງານວ່າ,ຜູ້ຖືກສົງໄສກໍ່ການລະເບີດຢູ່ລົດໄຟໃຕ້ດິນ​ແຊນ​ເປ​ເຕີ​ບວກຖືກຢືນຢັນ​ໃນ​ເບື້ອງ​ຕົ້ນ​ວ່າເປັນຄົນອາຊີ ກາງ​ແລະກ່ຽວ​ພັນ​ເຖິງ​ກຸ່ມຫົວ​ຮຸນ​ແຮງຊີຣີ.

ບົດ​ລາຍ​ງານ​ຂ່າວ​ໄດ້ອ້າງ​ເອົາຂ່າວ​ຂອງ​ຂະ​ແໜງ​ກາ​ນຕຳຫຼວດ​ຂອງ​ແຊນ​ເປ​ເຕີ​ບວກ​ມາ​ແຈ້ງວ່າ, ສ່ວນ​ໜຶ່ງຂອງ​ຜູ້​ໂຈມ​ຕີ​ຜູ້​ນີ້​ຖືກ​ຄົ້ນ​ພົບ, ​ແລະ​ໄດ້​ສົ່ງ​​ໄປ​ອົງການ​ທີ່ກ່ຽວຂ້ອງ​​ເພື່ອກວດ​ ​ຕື່ມ​ອີກ. ຜູ້​ຊ່ຽວຊານວິ​ເຄາະ​ໃນ​​ເບື້ອງຕົ້ນວ່າ, ຜູ້​ໂຈມ​ຕີ​ຜູ້​ນີ້​ເອົາລູກລະ​ເບີດທີ່​ເຮັດ​ເອງ​ເຂົ້າ​ລົດ​ໄຟ​ໃຕ້​ຕິນ, ຢືນ​ຢູ່​ບ່ອນ​ຂອງ ​ຕູ້​ລົດ​​ແລະໃກ້​ປະຕູ, ​ແລະດຶງ​ສະ​ນວນລູກ​ລະ​ເບີດ​ໃນ​ເວລາ​ ​ລົດ​ໄຟ​ກຳລັງແລ່ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ