​ເຈົ້າ​ໜ້າ​ທີ່​ເສດຖະກິດ​ແຟງລັງ​ກ່າວ​ວ່າ, ຕະຫຼາດ​ຈີນ​ແມ່ນ​ໂອກາດ​ອັນ​ໃຫຍ່​ຫຼວງ​ສຳລັບ​ບໍລິສັດ​ແຟງລັງ
2017-04-04 15:13:48  cri 

ທ່ານ​ສີ​ຈີ້​ນຜີ​ງ ປະທານປະ​ເທດ​ຈີນ​ຈະ​ເລິ່ມ​ຢ້ຽມຢາມ​​​ແຟງລັງ​ທາງ​ລັດຖະກິດ​ໃນ​ວັນ​ທີ 4 ​ເມສາ​ນີ້, ບຸກຄົນ​ວົງ​ການ​ຕ່າງໆ​ແຟງລັງ​ຄອງ​ຄອຍ​ການ​ຢ້ຽມຢາມ​​ເທື່ອ​ນີ້​ໃນ​ລະດັບ​ສູງ ​ແລະ ຫວັງ​ວ່າ, ການ​ຢ້ຽມຢາມ​ຂອງ​ທ່ານ​ສີ​ຈີ້​ນຜີ​ງ​ເທື່ອ​ນີ້​ຈະ​ກາຍ​ເປັນ​ໂອກາດ​ໃໝ່​ທີ່​ຊຸກ​ຍູ້​ການ​ພົວພັນ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ຕື່ມ​ອີກ. ກ່ອນ​ໄປ​ຢ້ຽມຢາມ, ​CRI ​ໄດ້​ສົ່ງ​ນັກ​ຂ່າວ​ໄປ​ແຮນ​ຊິງ​ກີ​ເພື່ອ​ສຳ​ພາດ​ທ່ານມາ​ໂກ ​ແວນ​ສ໌ກາ ຮອງຫົວໜ້າອົງການການ​ຄ້າ, ການ​ລົງທຶນ ​ແລະ ການທ່ອງທ່ຽວ​ຂອງ​ແຟນລັງ. ​​ເຈົ້າ​ໜ້າ​ທີ່​ເສດຖະກິດ​ການຄ້າ​ຜູ້​ອາວຸ​ໂສ​ຜູ້​ນີ້​ກ່າວ​ວ່າ, ຕະຫຼາດ​ຈີນ​ແມ່ນ​ໂອກາດ​ອັນ​ໃຫຍ່​ຫຼວງ​ສຳລັບ​ບໍລິສັດ​ແຟງລັງ, ​ແຟງລັງ​ຄອງຄອຍ​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ຈີນ.

ທ່ານ​ມາ​ໂກ​ກ່າວ​ວ່າ, ​ແຟນລັງຢູ່​ມີ​ການ​ຮ່ວມ​ມື​ກັບ​ຈີນຫຼາຍຕະຫຼອດ​ມາ, ບໍລິສັດ​ແຟງລັງ​ກຳລັງ​ເຂົ້າ​ສູ່​ຈີນ, ຈຳນວນ​ບໍລິສັດ​ກໍ່ເພິ່ມຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຄົນ​ທັງຫຼາຍອາດ​ຈະ​ຍັງ​ຈື່ NOKIA, ​ໃນ​ໄລຍະ​ດົນ​ນານມາ​ນີ້, NOKIA ກໍ່​ແມ່ນ​ຜູ້​ປະກອບສ່ວນ​ອັນ​ສຳຄັນ​ໃນ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ແຟງລັງ ກັບ ຈີນ, ກໍ່​ແມ່ນຜູ້​ປະກອບສ່ວນ​ອັນ​ສຳຄັນ​ທີ່​ດຳ​ເນີນ​ການ​ປະດິດ​ສ້າງ​ດ້ານ​ເຕັກນິກ. ທ່ານ​ເຫັນວ່າ, ທ່າ​ແຮງ​ໃຫຍ່​ທີ່​ສຸດ​ຂອງ​ແຟນລັງ​ກໍ່​ແມ່ນຄວາມ​ສາມາດ​ການ​ປະດິດ​ສ້າງ. ​​ໃນ​ຫຼາຍປີ​ມໍ່ໆ​ມາ​ນີ້, ບໍລິສັດ​ຕ່າງໆ​ຂອງ​ຈີນ ​ເຊັ່ນ, HUAWEI ​ເປັນ​ຕົ້ນ​ໄດ້​ເຂົ້າ​ສູ່​ແຟງລັງນັ້ນກໍ່​ຍ້ອນ​ວ່າ​ເບິ່ງ​ໃນ​ແງ່​ດີ​ຕໍ່​ສະພາບ​ແວດ​ລ້ອມ​ການປະດິດ​ສ້າງອັນ​ດີງາມ​ຂອງ​ແຟນລັງ.

ທ່ານ​ມາ​ໂກສະ​ເໜີ​ໃຫ້​ບໍລິສັດ ​ແລະ ວິ​ສາ​ຫະກິດ​ຈີນ​ເອົາ​ໃຈ​ໃສ່​ຕໍ່ເຕັກນິກ​​ແບບ​ປະດິດ​ສ້າງ​ຂອງ​ແຟງລັງ ​ເຊິ່ງລວມທັງ, ລົດ​ພະລັງ​​ແບບ​ເຕີຣີ, ​ເຕັກນິກ​ຊີວະ​ພາບ ​ແລະ ສຸຂະພາບ ພ້ອມ​ທັງ​ເຕັກນິກ​ພະລັງງານ​ເປັນ​ຕົ້ນ​.

ທ່ານ​ມາ​ໂກ​ເຫັນ​ວ່າ, ຄວາມ​ສາມາດ​ການປະດິດ​ສ້າງ​ຂອງ​ແຟນລັງ​ຕົ້ນ​ຕໍ​ມາ​ຈາການ​ສຶກສາ​ຂອງ​ແຟງລັງ, ຄື, ບໍ່​ເນັ້ນ​​ການ​ສອນຄວາມ​ຮ້ຈຳນວນ​ຫຼາຍູ​, ຫາກ​ ​ເນັ້ນ​ການຮຽນ​ນຳ​ໃຊ້​ຄວາມ​ຮູ້, ອົບຮົມ​ຄວາມ​ສາມາດ​ໃນ​ການ​ແກ້​ໄຂ​ບັນຫາ​ຂອງ​ນັກຮຽນ. ສະ​ນັ້ນ, ທ່ານ​ສະ​​ເໜີ​ໃຫ້​ຈີນ ກັບ ​ແຟງລັງ​ຫາລື​ເພິ່ມທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ. ນອກຈາກ​ນັ້ນ, ການທ່ອງທ່ຽວ​ກໍ່​ແມ່ນ​ຂົງ​ເຂດ​ສຳຄັນ​ທີ່​ສອງ​ຝ່າຍ​ດຳ​ເນີນ​ການ​ຮ່ວມ​ມືກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ