ລົດ​​​ໄຟໃຕ້​ດິນແຊງ​ເປ​​ເຕີສະ​ບວກຣັດ​ເຊຍ​ເກີດ​ເຫດ​ລະ​ເບີດ ເຮັດ​ໃຫ້ 11 ​ຄົນ​ເສຍຊີວິດ
2017-04-04 15:23:26  cri 

ເວລາປະມານ 14 ​ໂມງ 40 ນາ​ທີ ວັນ​ທີ 3 ​ເມສາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ລົດ​​ໄຟໃຕ້​ດິນແຊງ​ເປ​​ເຕີສະ​ບວກ​ຣັດ​ເຊຍໄດ້​ເກີດ​ເຫດການ​ລະ​ເປີດ. ອີງ​ຕາມຕົວ​ເລກ​ຫຼ້າ​ສຸດ​ຂອງຄະນະ​ກຳມະການ​ຕ້ານ​ກາ​ນກໍ່​ການ​ຮ້າຍ​ແຫ່ງ​ຊາດຣັດ​ເຊຍ​​,ເຫດການລະ​ເບີດ​ຄັ້ງ​ນີ້ໄດ້​ເຮັດ​ໃຫ້ 11 ຄົນ​ເສຍ​ຊີວິດ, 45 ຄົນ​ບາດ​​ເຈັບ. ​ອົງການ​ໄອ​ຍະ​ການສູງ​ສຸດ​ແຫ່ງຣັດ​ເຊຍ​ໄດ້​ຢືນຢັນ​ເຫດການ​​ເທື່ອ​ນີ້​ແມ່ນ​ເຫດການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ. ມື້​ດຽວ​ກັນ, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣສ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ແລະ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ລ້ວນ​ແຕ່​ໄດ້​ອອກ​ຖະ​ແຫຼ​ງການ, ກ່າວ​ປະນາມຕໍ່​ເຫດການ​ດັ່ງກ່າວ.

ນອກ​ນີ້,ຂ່າວ​ແຈ້ງວ່າ, ຕອນ​ຄ່ຳ​ວັນທີ 3 ​ເມສາ​ນີ້, ບໍລິສັດ​ລົດ​​ໄຟໃຕ້ດິນ​ແຊງ​ເປ​ເຕີສະ​ບວກ​ແຫ່ງຣັດ​ເຊຍ​​ແ​ຈ້ງ​ໃຫ້​ຮູ້​ວ່າ, ນອກຈາກ​ "ສະຖານີ​ສະໜາມ​ຫຼວງຫຍ້າ​ແຫ້ງ" ​ແລະ "ສະຖານີ​ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຢີ" ທີ່​ໄດ້​ເກີດ​ການລະ​ເບີດ​ນັ້ນ, ລົດ​​ໄຟໃຕ້​ດິນ​​ເມືອງ​ຕົນໄດ້​ຟື້ນ​ຟູການ​ບໍລິການເປັນ​ປົກກະຕິ​ໂດຍ​ພື້ນຖານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ