ສ.​ເກົາຫຼີ, ອາ​ເມ​ລິ​ກາ ​ແລະ ຍີ່​ປຸ່ນຈະຈັດການຊ້ອມ​ລົບ​ຮ່ວມ​ຕ້ານ​ເຮືອ​ດຳ​ນ້ຳ​ເທື່ອ​ທຳ​ອິດ
2017-04-04 15:27:53  cri 

ວັນ​ທີ 3 ​ເມສາ​ນີ້, ກະຊວງ​ປ້ອງ​ກັນປະ​ເທດສ.​ເກົາຫຼີ​ປະກາດ​ວ່າ, ປະ​ເທດ​ຕົນ, ອາ​ເມ​ລິ​ກາ ​ແລະ ຍີ່​ປຸ່ນຈະ​ຈັດການ​ຊ້ອມ​ລົບ​ຮ່ວມ​ຕ້ານ​ເຮືອ​ດຳ​ນ້ຳ​ຢູ່​ເທິງ​ທະ​ເລ​ເທື່ອ​ທຳ​ອິດພາຍ​ໃນ​ອາທິດ​ນີ້.

​ໃນ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ, ກະຊວງ​ປ້ອງ​ກັນປະ​ເທດສ.​ເກົາຫຼີ​ກ່າວ​ວ່າ, ການ​ຊ້ອມ​ລົບ​ເທື່ອ​ນີ້​ຈະ​ຈັດ​ຂຶ້ນ​ຢູ່​ເຂດ​ທະ​ເລ​ລະຫວ່າງ​ປະ​ເທດ​ຕົນ ກັບ ຍີ່ປຸ່ນທີ່​ໃກ້​ກັບ​ເກາະເຈ​ຈູ​ຂອງ​ປະ​ເທດ​ຕົນ, ຄາດ​ວ່າ​ຈະຈັດ​ຂຶ້ນ​ແຕ່​ວັນ​ທີ 3 ຫາ​ວັນ​ທີ 5 ​ເມສາ​ນີ້. ຖະ​ແຫຼ​ງການລະບຸວ່າ, ການ​ຊ້ອມ​ລົບ​ຈະ​ແນ​ໃສ່ "​ໄພຂົ່ມ​ຂູ່​ຈາກເຮືອ​ດຳ​ນ້ຳ" ຂອງ​ສປປ​ເກົາຫຼີ ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ວັດ​ແທກ, ຈຳ​ແນ​ກ ​ແລະ ຕິດຕາມ​ເຮືອ​ດຳ​ນ້ຳຂອງ 3 ປະ​ເທດ.

ຖະ​ແຫຼ​ງການ​ຂຽນ​ວ່າ, ສ.​ເກົາຫຼີ ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ​ໄດ້​ຈັດການ​ເຈລະຈາ​ດ້ານ​ຄວາມ​ໝັ້ນຄົງ​ສາມ​ຝ່າຍ​ໃນ​ເດືອນທັນວາ​ປີ​ກາຍ​ນີ້​ເພື່ອ​ຫາລື​ກ່ຽວ​ກັບ​ການຈັດການ​ຊ້ອມ​ລົບ​ຮ່ວມຕ້ານ​ເຮືອ​ດຳ​ນ້ຳ, ນີ້​ແມ່ນ​ການ​ຊ້ອມ​ລົບ​ຮ່ວມ​ປະ​ເພດ​ນີ້​ທີ່​ຈັດ​ຂຶ້ນ​ເປັນ​ເທື່ອ​ທຳ​ອິດຫຼັງ​ການ​ເຈລະຈາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ