ທູດ​ຍີ່​ປຸ່ນປະຈຳ​ສ.​ເກົາ​ຫຼີທີ່​ຖືກ​ຮຽກ​ຄືນ​ໄດ້​ກັບ​ຄືນ​ສ.​ເກົາຫຼີ​ໃນ​ວັນ​ທີ 4 ​ເມສາ​ນີ້
2017-04-04 15:30:44  cri 

ວັນ​ທີ 3 ​ເມສາ​ນີ້, ທ່ານ​ຟູ​ມີ​ໂອ ກີ​ຊິ​ດາ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຍີ່​ປຸ່ນກ່າວ​ວ່າ, ທ່ານ​ຢາ​ຊຸ​ມາ​ຊາ ນາ​ກາ​ມີ​​ເນ ​ເອກ​ອັກຄະ​ລັດຖະທູດ​ຍີ່​ປຸ່ນປະຈຳ​ສ.​ເກົາ​ຫຼີ ​ແລະ ທ່ານ​ຢາ​ຊູ​ຮີ​ໂຣ ​ໂມຣິ​ໂມໂຕ ກົງສຸນ​ໃຫຍ່​ຍີ່​ປຸ່ນປະຈຳ​​ເມືອງ​ປູຊາ​ນທີ່​ຖືກ​ຮຽກ​ຄືນ​ໃນ​ເດືອນ​ມັງກອນ​ຜ່ານ​ມາ​ນັ້ນ​ຈະ​ກັບ​ຄືນ​ສ.​ເກົາຫຼີ​ໃນ​ວັນ​ທີ 4 ​ເມສາ​ນີ້.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ມື້​ດຽວກັນ, ທ່ານ​ຟູ​ມີ​ໂອ ກີ​ຊິ​ດາ​ກ່າວ​ວ່າ, ສ.​ເກົາຫຼີ​ຈະ​ຈັດການ​ເລືອກ​ຕັ້ງ​ໃນ​ເດືອນ​ພຶດສະພາ, ລັດຖະບານ​ຍີ່ປຸ່ນຕ້ອງການ​ກຽມພ້ອມ​ຕໍ່​ການປ່ຽນອຳນາດ​ຂອງ​ສ.​ເກົາ​ຫຼີ. ທ່ານ​ຍັງ​ກ່າວວ່າ, ​ໂດຍ​ຜະ​ເຊີນ​ໜ້າບັນຫານີວ​ເຄຼຍສປປ​ເກົາຫຼີກໍ່​ຕ້ອງການ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຍີ່ປຸ່ນ ກັບ ສ.​ເກົາຫຼີ​ຮ່ວມ​ມື​ກັນ​ຢ່າງ​ໃກ້ຊິດ.

ຂ່າວສານ​ກຽວ​ໂດ​ຂອງ​ຍີ່​ປຸ່ນລາຍ​ງານ​ວ່າ, ວັນ​ທີ 28 ທັນວາ​ຜ່ານ​ມາ, ຄະນະ​ກຳມະການ​ຊຸກ​ຍູ້​ຮູບ​ສາວ ​ເຊິ່ງ​ເປັນ​ອົງການ​ຈັດ​ຕັ້ງ​ປະຊາຊົນສ.​ເກົາຫຼີ​ໄດ້​ຕັ້ງ​ຮູບ​ສາວ "ນາງ​ບຳ​ເລີ"ຢູ່​ໜ້າ​ປະຕູ​ສະຖານ​ກົງສຸນ​ໃຫຍ່ຍີ່​ປຸ່ນປະຈຳ​ປູຊາ​ນ. ​​ເພື່ອ​ແກ້​ແຄ້ນ, ລັດຖະບານ​ຍີ່​ປຸ່ນ​ໄດ້​ຮຽກ​ຄືນ​ເອກ​ອັກຄະ​ລັດ​ທູດ​ປະຈຳ​ສ​.​ເກົາຫຼີ ​ແລະ ກົງສຸນ​ໃຫຍ່ປະຈຳ​​​ເມືອງ​ປູຊາ​ນ​ເປັນການ​ຊົ່ວຄາວ​ໃນ​ວັນ​ທີ 9 ມັງກອນ​ຜ່ານ​ມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ