ທ່ານ​ສີ​ຈີ້​ນຜີ​ງອອກ​ເດີນທາງ​ຈາກ​ປັກ​ກິ່ງ​ໄປ​ຢ້ຽມຢາມ​ແຟງ​ລັງ​ທາງ​ລັດຖະກິດ​ແລະ​ໄປລັດ​ໂຟຼຣີດາ​ແຫ່ງ​ອາ​ເມ​ລິ​ກາ​ເພື່ອຈັດການ​ພົບ​ປະລະຫວ່າງ​ປະ​ມຸກ​ລັດ​ຈີນ-​ອາ​ເມລິ​ກາ
2017-04-04 16:38:13  cri 

ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ສະ​ອູ​ລີ ນີນີສະ​ໂຕ ປະທານາທິບໍດີ​ສາ​ທາ​ລະນະ​ລັດແຟງ​ລັງ ​ແລະ ທ່ານ​ໂດ​ນັດ ທຣຳ ປະທານາທິບໍດີ​ສະຫະລັດອາ​ເມ​ລິ​ກາ, ຕອນ​ບ່າຍ​ວັນ​ທີ 4 ​ເມສາ​ນີ້, ທ່ານ​ສີ​ຈີ້​ນຜີ​ງ ປະທານ​ປະ​ເທດ​ຈີນ​​ໄດ້​ເດີນທາງ​ຈາກ​ປັກ​ກິ່ງ, ​ໄປ​ຢ້ຽມຢາມ​ແຟງ​ລັງ​ທາງ​ລັດຖະກິດ​ ແລະ​ໄປສວນ​ມາ-​ອາ-ລາ​ໂກ ລັດ​ໂຟຼຣີດາ​ແຫ່ງ​ອາ​ເມ​ລິ​ກາ​ເພື່ອຈັດການ​ພົບ​ປະ​ລະຫວ່າງປະ​ມຸກ​ລັດ​ຈີນ-​ອາ​ເມລິ​ກາ.

ຜູ່​ຮ່ວມ​ເດີນທາງ​​ກັບ​ທ່ານສີຈີ້​ນຜີ​ງ​ເທື່ອ​ນີ້​ມີ: ທ່ານ​ນາງ​ເພີງ​ລີ​ຢ໋ວນ ພັນທະຍາ ທ່ານ​ປະທານ​ສີ​ຈີ້​ນຜີ​ງ, ທ່ານ​ວາງ​ຫູ້ນີງ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຫົວໜ້າ​ຫ້ອງການ​ຄົ້ນຄວ້າ​ນະ​ໂຍບາຍ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ທ່ານວ່າງ​ຢ໋າງ ກຳມະການ​ກົມ​ການ​​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຮອງ​ນາຍົກລັດຖະມົນຕີຈີນ, ທ່ານ​ລີ້​ຈ້າ​ນຊູ່ ກຳມະການ​ກົມ​ການ​​ເມືອງ​ສູນ​ກາງ​ພັກ​,​ ​ເລຂາ​ທິການສູນ​ກາງ​ພັກ, ຫົວໜ້າຫ້ອງການ​ລັດຖະບານ​, ທ່ານ​ຢ໋າງ​ເຈ໋​ເຊີ ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ ​ແລະ ທ່ານ​ອື່ນ​ໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ