ໂດຍຕອບສະໜອງຕາມຄຳເຊີນຂອງທ່ານສະອູລີ ນີນີສະໂຕ ປະທານາທິບໍດີສາທາລະນະລັດແຟງລັງ ແລະ ທ່ານໂດນັດ ທຣຳ ປະທານາທິບໍດີສະຫະລັດອາເມລິກາ, ຕອນບ່າຍວັນທີ 4 ເມສານີ້, ທ່ານສີຈີ້ນຜີງ ປະທານປະເທດຈີນໄດ້ເດີນທາງຈາກປັກກິ່ງ, ໄປຢ້ຽມຢາມແຟງລັງທາງລັດຖະກິດ ແລະໄປສວນມາ-ອາ-ລາໂກ ລັດໂຟຼຣີດາແຫ່ງອາເມລິກາເພື່ອຈັດການພົບປະລະຫວ່າງປະມຸກລັດຈີນ-ອາເມລິກາ.
ຜູ່ຮ່ວມເດີນທາງກັບທ່ານສີຈີ້ນຜີງເທື່ອນີ້ມີ: ທ່ານນາງເພີງລີຢ໋ວນ ພັນທະຍາ ທ່ານປະທານສີຈີ້ນຜີງ, ທ່ານວາງຫູ້ນີງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງການຄົ້ນຄວ້ານະໂຍບາຍສູນກາງພັກກອມມູນິດຈີນ, ທ່ານວ່າງຢ໋າງ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນ, ທ່ານລີ້ຈ້ານຊູ່ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງການລັດຖະບານ, ທ່ານຢ໋າງເຈ໋ເຊີ ທີ່ປຶກສາແຫ່ງລັດຈີນ ແລະ ທ່ານອື່ນໆ.