ວັນສາກົນເພື່ອໂຄສະນາຕ້ານລະເບີດບໍ່ທັນແຕກປີ2017
2017-04-04 16:47:56  cri 

ໃນຕອນເຊົ້າວັນທີ 4 ເມສານີ້, ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີລະນຶກວັນສາກົນ ທີ 4 ເມສາ, ເພື່ອໂຄສະນາຕ້ານລະເບີດບໍ່ທັນແຕກ ປີ2017 ໂດຍເປັນກຽດເຂົ້າຮ່ວມຂອງທ່ານນາງ ຄາລີນາ ອິມໂມເນນ ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາປະຈຳ ສປປ ລາວ, ແລະ ທຸຕານຸທູດ ພ້ອມດ້ວຍພາກສ່ວນທີ່ກຽ່ວຂ້ອງເຂົ້າຮ່ວມ.

ທ່ານ ຄຳແພງ ໄຊສົມແພງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ ກ່າວວ່າ: ສປປ ລາວເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກໜັກໜ່ວງກວ່າໝູ່ໃນໂລກ, ທຽບໃສ່ຫົວຄົນ ຕະຫຼອດ 9 ປີ (ປີ 1964 ເຖິງປີ 1973) ຂອງການຖິ້ມລະເບີດ, ທຸກໆ 8 ນາທີ ຕະຫຼອດ 24 ຊົ່ວໂມງ ແມ່ນມີຍົນຫຼາຍກວ່າ 580.000 ຖ້ຽວ ບັນທຸກລະເບີດປະມານ 3 ລ້ານໂຕນ ມາຖິ້ມໃສ່ຜືນແຜ່ນດິນລາວ, ໃນນັ້ນມີລະເບີດລູກຫ່ວານ(ລະເບີດບົມບີ) ປະມານ 270 ລ້ານໜ່ວຍ ແລະ ບົມໃຫຍ່ປະມານ 4 ລ້ານໜ່ວຍ. ນັກວິຊາການດ້ານລະເບີດຄາດຄະເນວ່າ 30 ສ່ວນຮ້ອຍຂອງລະເບີດດັ່ງກ່າວແມ່ນບໍ່ທັນແຕກ, ໝາຍຄວາມວ່າຫຼັງສົງຄາມສິ້ນສຸດລົງ ມີລະເບີດຫ່ວານປະມານ 80 ລ້ານໜ່ວຍ ແລະ ບົມໃຫຍ່ຫຼາຍລ້ານໜ່ວຍ ທີ່ບໍ່ທັນແຕກຕົກຄ້າງ.

ອີງຕາມການສຳຫຼວດຜົນກະທົບຂອງລະເບີດບໍ່ທັນແຕກຢູ່ ສປປ ລາວ ໃນປີ 1996 ຂອງອົງການແຮນດີແຄບສາກົນ ຮູ້ວ່າລະເບີດບໍ່ທັນແຕກ ຕົກຄ້າງຢູ່ 1/3 ປະມານ 87,231 ກິໂລແມັດຕາແມັດ ຂອງເນື້ອທີ່ປະເທດລາວ. ຈາກຜົນກະທົບຂອງລະເບີດບໍ່ທັນແຕກ ໄດ້ເຮັດໃຫ້ປະຊາຊົນພົນລະເຮືອນຜູ້ບໍລິສຸດ ທີ່ສ່ວນໃຫຍ່ທຳມາຫາກິນຢູ່ຕາມທົ່ງໄຮ່ທົ່ງນາ ແລະ ເກັບເຄື່ອງປ່າຂອງດົງ ໄດ້ສູນເສຍຊີວິດ ແລະບາດເຈັບເປັນຈຳນວນຫຼວງຫຼາຍ ສະເລ່ຍແລ້ວແຕ່ປີ 1964 ເຖິງ 2008 ມີປະມານ 300 ຄົນຕໍ່ປີ  ແລະ ປີ 2009 ເຖິງປັດຈຸບັນ ກໍ່ມີປະມານ 50 ຄົນຕໍ່ປີ ນອກຈາກນີ້, ລະເບີດບໍ່ທັນແຕກຍັງກົດໜ່ວງການທຳມາຫາກິນ ແລະ ເຮັດໃຫ້ປະຊາຊົນລາວບັນດາເຜົ່າທຸກຍາກ ເຊິ່ງໃນ 46 ເມືອງທຸກຍາກທີ່ສຸດນັ້ນມີລະເບີດບໍ່ທັນແຕກ ຢູ່ 41 ເມືອງ.


ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ໃນ 2 ທົດສະວັດຜ່ານມາສາມາດກວດກູ້ເນື້ອທີ່ໄດ້ 60 ພັນກວ່າເຮັກຕາ ສະເພາະປີ 2016 ກວດກູ້ໄດ້ 3,410 ເຮັກຕາ; ທຳລາຍລະເບີດບໍ່ທັນແຕກໄດ້1,9 ລ້ານກວ່າໜ່ວຍ ປີ 2016 ທຳລາຍໄກ້ 95,428 ໜ່ວຍ; ສາມາດຊ່ວຍເຫຼື່ອປິ່ນປົວການແພດ, ຟື້ນຟູສຸຂະພາບ ແລະ ປະກອບອາຊີບໃຫ້ຜູ້ລອດຊີວິດຈາກລະເບີດບໍ່ທັນແຕກໄດ້ 3,500 ຄົນ ໃນປີ 2016 ຊ່ວຍໄດ້ 322 ຄົນ; ໄດ້ໂຄສະນາທີ່ມາ ແລະ ຜົນຮ້າຍຂອງລະເບີດບໍ່ທັນແຕກຢູ່ເຂດຜົນກະທົບ, ເຊິ່ງເຮັດໃຫ້ຈຳນວນຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ຫຼຸດລົງ 300 ຄົນໃນປີ 2008 ລົງເປັນ 50 ຄົນໃນປະຈຸບັນ.

ໃນຊຸມປີຕໍ່ໜ້ານີ້ ພວກເຮົາຈະຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກນັ້ນກໍຄື: ສຳຫຼວດບໍ່ແມ່ນວິຊາການຢູ່ 3,860 ບ້ານທີ່ມີຂໍ້ມູນການຖິ້ມລະເບີດເພື່ອຊອກຫາຈຸດຫຼັກຖານລະເບີດບໍ່ທັນແຕກ; ສໍາຫຼວດວິຊາການໄປຕາມຫຼັກຖານທີ່ໄດ້ຈາກການສຳຫຼວດບໍ່ແມ່ນວິຊາການ ເພື່ອຊອກຫາລະເບີດບໍ່ທັນແຕກ; ດຳເນີນການກວດກູ້ລະເບີດບໍ່ທັນແຕກ ຕາມບູລິມະສິດຈຸດສຸມພັດທະນາ, ໂຄງການພັດທະນາຕ່າງໆ ແລະ ພື້ນທີ່ປະຊາຊົນຈະທຳການຜະລິດ; ສືບຕໍ່ດຳເນີນການໂຄສະນາທີ່ມາ ແລະ ຜົນຮ້າຍຂອງລະເບີດບໍ່ທັນແຕກ ແນ່ໃສ່ຫຼຸດຈຳນວນຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກໃຫ້ຕຳກວ່າ 40 ຄົນຕໍ່ປີ; ສືບຕໍ່ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ທາງດ້ານການປິ່ນປົວ, ການຟື້ນຟູສຸຂະພາບ ແລະ ປະກອບອາຊີບໃຫ້ໄດ 1,500 ຄົນ.

ນອກຈາກນີ້ໃນກອງປະຊຸມສຸດຍອດອາຊຽນ 28-29 ທີ່ລັດຖະບານ ສປປ ລາວ ເປັນເຈົ້າພາບນັ້ນ ລັດຖະບານ ສປປ ລາວ ແລະ ອົງການ ສປຊ ເພື່ອການພັດທະນາກໍໄດ້ຮ່ວມກັນຖະແຫຼງ ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ ເປັນເປົ້າໝາຍພັດທະນາແບບຍືນຍົງ ອັນດັບທີ 18 ຂອງ ສປປ ລາວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ