ກຳປູ​ເຈຍຈັດ​ພິທີ​ກໍ່ສ້າງ​ສະໜາມກິລາ​ແຫ່ງ​ຊາດຫຼັງ​ຈີນ​ຊ່ວຍ​ກໍ່ສ້າງ
2017-04-05 16:06:05  cri 

ພິທີ​ກໍ່ສ້າງ​ສະໜາມກິລາ​ແຫ່ງ​ຊາດ​ກຳປູ​ເຈຍ​ທີ່​ຈີນ​ຊ່ວຍ​ສ້າງ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ​ເມສາ​ນີ້ ​ໂດຍ​ທ່ານ​ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ ​ແລະ ທ່ານ​ສົງ​ໂປ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ກຳປູ​ເຈຍ ​ເຂົ້າຮ່ວມ.

ທ່ານ​ຮຸນ​ແ​ຊນ ນາຍົກລັດຖະມົນຕີກຳປູ​ເຈຍ ​ໄດ້​ກ່າວ​ສະ​ແດງ​ຄວາມຂອ​ບ​ໃຈ​ຈີນ​ທີ່​ຊ່ວຍ​ເຫຼືອ​ລ້າ​​ກໍ່ສ້າງ​ໂຄງການ​ສະໜາມກິລາ​ແຫ່ງ​ຊາດ​ໃຫ້​ແກ່​ປະ​ເທດ​ຕົນ, ຂະນະ​ທີ່​ໂຄງການ​ດັ່ງກ່າວ​ຈະ​ຊຸກຍູ້ວົງ​ການກິລາ, ວັດທະນະທຳ ​ແລະ ການ​ສຶກສາ​ຂອງປະ​ເທດ​ຕົນ​ໄດ້​ຮັບ​ການ​ພັດທະນາ​ກ້າວໜ້າ​ຕື່ມ​ອີກ.

ສະໜາມກິລາ​ແຫ່ງ​ຊາດ​ກຳປູ​ເຈຍ​ທີ່​ຈີນ​ຊ່ວຍ​ສ້າງຕັ້ງຢູ່​ຊານ​ເມືອງ​ພາກ​ຕາ​ເວັນ​ອອກສຽງເໜືອນະຄອນຫຼວງພະນົມ​ເປັນ ຫ່າງ​ຈາກ​ໃຈກາງ​ເມືອງ​ປະມານ 15 ກິ​ໂລ​ແມັດ, ​ເປັນ​ສະໜາມກິລາຫຼັກຂອງປະ​ເທດ​ດັ່ງກ່າວ ​ໂດຍ​ກວມ​ເອົາ​ເນື້ອ​ທີ່​ກໍ່ສ້າງປະມານ 82.400 ຕາ​ແມັດ ​ແລະ ສາມາດ​ບັນຈຸ​ຜູ້​ຊົມ​ໄດ້​ປະມ​ານ 60.000 ຄົນ. ຫຼັງສຳ​ເລັດ​ການ​ກໍ່ສ້າງ, ຈະ​ສາມາດ​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການ​ໃນ​ການ​ຈັດການ​ແຂ່ງຂັນ​ກິລາ​ຂ້າມ​ທະວີບ, ການ​ແຂ່ງຂັນ​ກິລາ​ບານ​ເຕະ​ສາກົນ​ຂະໜາດ​ໃຫຍ່ ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ