ປະທາ​ນາທິບໍດິຟິລິບ​ປິນປົດ​​ເຈົ້າໜ້າ​ທີ່​ຂັ້ນສູງ​ທີ່​ສົງ​ໄສ​​ສໍ້​ລາດ​ບັງຫຼວງ
2017-04-05 16:07:50  cri 

ທ່ານ​ເອີ​ເນັສ​ໂຕ ອ​າເບ​ລາ ​ໂຄສົກ​ປະທານາທິບໍດີ​ຟິລິບ​ປິນ ​ໄດ້​ຖະ​ແຫຼງ​ໃນ​ວັນ​ທີ 4 ​ເມສາ​ນີ້​ວ່າ: ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານ​າທິບໍດີ ​ໄດ້​ປົດທ່ານ​ ອິສ​ເມນ ຊູ​ເອ​ໂນ ອອກ​ຈາກຕຳ​ແໜ່​ງລັດຖະມົນຕີ​ກະຊວງພາຍ​ໃນ​ແລະ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ຫຼັງ​ຂາດ​ຄວາມ​ເຊື່ອ​ໃຈ​​ທ່ານ. ທັງ​ນີ້ ທ່ານ​ດູ​ເຕີ​ເຕ ​ໄດ້​ປະກາດ​ຂໍ້ຕົກລົງ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ຄະ​ລະ​ລັດຖະບານ​ໃນ​ຕອນ​ຄ່ຳ​ວັນ​ທີ 3 ​ເມສາ​ນີ້. ຂະນະ​ທີ່​ການ​ຕົກລົງ​ປົດ​ຕຳ​ແໜ່​ງດັ່ງກ່າວ​​ໄດ້​ກາຍ​ເປັນ​ຄຳ​ເຕືອນ ຄື ທ່ານ​ປະທາ​​ນາທີ​ບໍດີດູ​ເຕີ​ເຕ ຈະ​ບໍ່​ສະໜັບສະໜູນ​ສະມາຊິກ​ຄະນະ​ລັດຖະບານ​​ໃດໆ ທີ່​ຕົກລົງ​​ແລ້ວ​ເກີດ​ບັນຫາ ຫຼື ຂັດ​​ກົດໝາຍ.

ທ່ານ​ຊູ​ເອ​ໂນ ​ດຳລົງ​ຕຳ​ແໜ່​ງລັດຖະມົນຕີ​ກະຊວງພາຍ​ໃນ​ແລະ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ເມື່ອ​​ເດືອນ​ມິຖຸນາ​ປີຜ່ານມາ ​ແລະ ຫວ່າງ​ບໍ່​ດົນ​ມາ​ນີ້, ທ່ານ​ໄດ້​ຖືກ​ກ່າວ​ຫາ​ສວຍໃຊ້​ອຳນາດ​ໃນ​ທາງ​ບໍ່​ຖືກຕ້ອງ ​ແລະ ສໍ້​ລາດ​ບັງຫຼວງ, ຂະນະ​ທີ່​ເຫຼນຂອງ​ທ່ານ​ຍັງ​ຖືກ​ສົງ​ໄສ​ຫຼິ້ນພະນັນ​ຜິດກົດໝາຍ​ຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ