ຊາວຟິລິບປິນເຊື້ອສາຍຈີນແລະຈີນຕ່າງດ້າວໄດ້ຈັດພິທີເຊັ່ນໄຫວ້ຊາວຈີນຕ່າງດ້າວທີ່ເສຍສະຫຼະຊີວິດໃນສົງຄາມຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ ຢູ່ສຸສານຈີນຕ່າງດ້າວສາທາລະນະຢີ້ຊານ ທາງພາກເໜືອນະຄອນຫຼວງມະນີລາໃນວັນທີ 4 ເມສານີ້ ໂດຍນັກຮົບເກົ່າທີ່ເຄີຍໄດ້ເຂົ້າຮ່ວມກອງຫຼອນຈີນຕ່າງດ້າວຟິລິບປິນຕໍ່ຕ້ານຍີ່ປຸ່ນເມື່ອ 70 ກວ່າປີກ່ອນ, ທ່ານຈ້າວຈ້ຽນຮວາ ເອກອັກຄະລັດຖະທູດຈີນປະຈຳຟິລິບປິນ ພ້ອມດ້ວຍເຈົ້າໜ້າທີ່ການທູດທ່ານອື່ນໆ ແລະ ຜູ້ຕາງໜ້າຊາວຟິລິບປິນເຊື້ອສາຍຈີນແລະຈີນຕ່າງດ້າວ ເຂົ້າຮ່ວມ.
ທັງນີ້, ຫຼັງກອງທັບຍີ່ປຸ່ນເຂົ້າຍຶດຄອງຟິລິບປິນເມື່ອປີ 1942, ໂດຍບໍ່ຢ້ານກົວຕໍ່ການທາລຸນຂອງກອງທັບຍີ່ປຸ່ນຜູ້ຮຸກຮານ, ຊາວຟິລິບປິນເຊື້ອສາຍຈີນແລະຊາວຈີນຕ່າງດ້າວໄດ້ຈັດຕັ້ງກອງກຳລັງປະກອບອາວຸດຕ່າງໆ ເຊັ່ນກອງຫຼອນຕໍ່ຕ້ານຍີ່ປຸ່ນ ເພື່ອຕໍ່ສູ້ກັບສັດຕູແບບກອງຫຼອນຢູ່ຕົວເມືອງແລະຊົນນະບົດ ແລະໄດ້ປະກອບສ່ວນເພື່ອຕີເອົາຊະນະຈັກກະພັດນິຍົມຍີ່ປຸ່ນ ແລະ ເພື່ອລະນຶກເຖິງຄຸນງາມຄວາມດີຂອງຊາວຈີນຕ່າງດ້າວທີ່ເສຍສະຫຼະຊີວິດໃນການຕໍ່ຕ້ານຍີ່ປຸ່ນ, ປີ 2007, ຊາວຟິລິບປິນເຊື້ອສາຍຈີນແລະຈີນຕ່າງດ້າວໄດ້ສ້າງອະນຸສາວະລີ ແລະ ຫໍລະນຶກຂຶ້ນຢູ່ສຸສານຊາວຈີນຕ່າງດ້າວສາທາລະນະຢີ້ຊານ ນະຄອນຫຼວງມະນີລາ ເພື່ອລະນຶກເຖິງຄວາມເສຍສະຫຼະຂອງຊາວຈີນຕ່າງດ້າວ 200 ກວ່າຄົນ ໃນສົງຄາມຕໍ່ຕ້ານຍີ່ປຸ່ນ.