ສະຫະ​ປະຊາ​ຊາດ​​ເປັນ​ຫ່ວງ​ຕໍ່​ເຫດການ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ຢູ່​ຊີຣີ
2017-04-05 16:21:51  cri 

ວັນ​ທີ 4 ​ເມສາ​ນີ້, ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼງການສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ເຫດການ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ທີ່​ເກີດ​ຂຶ້ນຢູ່​ແຂວງອິດ​ເລັບ ທາງພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຊີຣີ.

ທ່ານ​ນາງ​ນີກີ ​ເຮ​ລີ ຜູ້ຕາງໜ້າ​ຖາວອນ​ຂອງ​ອາ​ເມ​ລິ​ກາ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ, ປະທານ​ໝູນວຽນ​ປະຈຳ​ເດືອນ​ເມສາ​ຂອງ​ສະພາ​ຄວາມ​ໝັ້ນຄົງ ​ໄດ້​ກ່າວ​ໃນ​ໂອກາດເປັນປະທານ​ກອງ​ປະຊຸມ​ສະພາ​ຄວາມ​ໝັ້ນຄົງ​ໃນ​ວັນ​ທີ 4 ​ເມສາ​ນີ້​ວ່າ: ສະພາ​ຄວາມ​ໝັ້ນຄົງ​ຈະ​ຮຽກ​ໄຂ​ກອງ​ປະຊຸມ​ດ່ວນ​ໃນ​ຕອນ​ເຊົ້າວັນ​ທີ 5 ​ເດືອນ​ດຽວ​ກັນ ​ເພື່ອ​ຫາລື​ຫຼັງ​ເກີດເຫດການ​ດັ່ງກ່າວ.

ທັງ​ນີ້, ອົງການ​ສັງ​ເກດການ​ດ້ານ​ສິດທິ​ມະນຸດ​ຊີ​ຣີ ທີ່​ມີ​ສຳນັກງານ​ໃຫຍ່​ຕັ້ງຢູ່​ນະຄອນຫຼວງລອນ​ດອນ ປະ​ເທດ​ອັງກິດ ​ໄດ້​ຢືນຢັນ​ໃນ​ວັນ​ທີ 4 ​ເມສາ​ນີ້​ວ່າ: ຕອນ​ເຊົ້າມື້ດັ່ງກ່າວ, ຢູ່​ເມືອງ​ນ້ອຍ​ແຫ່ງ​ໜຶ່ງ ທາງ​ພາກ​ໃຕ້​ແຂວງ​ອິດ​ເລັບ ປະ​ເທດ​ຊີຣີ ​ໄດ້​ຖືກຍົນ​ຮົບໂຈມ​ຕີ​ດ້ວຍ​ອາວຸດ​ທີ່​ເປັນ​ອາຍ​ພິດ ສົ່ງ​ຜົນ​ເຮັດ​ໃຫ້ຢ່າງ​ໜ້ອຍເສ​ຍຊີວິດ​ 58 ຄົນ ​​ທັງ​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ເປັນ​ຈຳນວນຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ