ຈີນ-ຍີ່ປຸ່ນ​ຫາລື​ປັບປຸງ​ສາຍ​ພົວພັນສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ
2017-04-05 10:50:01  cri 
ວັນ​ທີ 4 ​ເມສາ​ນີ້, ທ່ານ ຂົງສຽນ​ເຢ້ວ ຜູ້​ຊ່ວຍ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແລະ ທ່ານ​ ຕາ​ເກ​​ໂອ ອາ​ກີ​ບາ ​ເຈົ້າ​ໜ້າ​ທີ່​ຮັບຜິດຊອບ​ພິຈາລະນາວຽກ​ງານການ​ຕ່າງປະ​ເທດ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ​ໄດ້ປຶກສາ​ຫາລື​ກັນຢູ່​ນະຄອນຫຼວງ​ປັກ​ກິ່ງ.

ທ່ານ ຂົງສຽນ​ເຢ້ວ ກ່າວ​ວ່າ: ສາຍ​ພົວພັນ​ລະຫວ່າງ​ຈີນ-ຍີ່ປຸ່ນ​ພວມ​ຢູ່​ໃນ​​ໄລຍະ​ປະຫວັດສາດ​ທີ່​ສຳຄັນ​ໃນ​ໂອກາດ​ວັນຄົບຮອບ 45 ປີ​ແຫ່ງ​ສາຍ​ພົວພັນ​ການ​ທູດ​ຫັນ​ເປັນ​ປົກກະຕິ, ສອງ​ຝ່າຍ​ຄວນ​ຈັດ​ຕັ້ງ​ປະຕິບັດ​ຄວາມ​ເປັນ​ເອກະ​ພາບ​ລະຫວ່າງ​ຜູ້ນຳ​ຂອງ​ສອງ​ປະ​ເທດ​ໃຫ້​ດີ ​ໂດຍ​ສຸ​ມ​ໃສ່ປົກ​ປັກ​ຮັກສາ​ພື້ນຖານ​ຂອງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ແທ້​ຈິງ ​ແລະ​ພ້ອມ​ກັນຊຸກຍູ້​​ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃຫ້​​​ໄດ້​ຮັບ​ການ​ປັບປຸງ​ດີຂຶ້ນ​​ໄປ​ຕາມ​ທິດ​ທາງ​ທີ່​ຖືກຕ້ອງຢ່າງ​ຕໍ່​ເນື່ອງ. ​ແນວ​ໃດ​ກໍ​ດີຫວັງ​ວ່າ​ຍີ່ປຸ່ນ​ຈະເຄົາລົບ​ແລະ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ໃນ​ບັນຫາ​ທີ່​ອ່ອນ​ໄຫວ,ສຳຄັນ​ແລະ​ໃຫຍ່​ຫຼວງ​ຕ່າງໆ, ປະພຶດ​ຢ່າງ​ສຸຂຸ​ມຮອບ​ຄອບ,ພະຍາຍາມ​ເພື່ອ​ປັບປຸງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ.

ທ່ານ​ ຕາ​ເກ​​ໂອ ອາ​ກີ​ບາ ກ່າວ​ຕື່ມ​ວ່າ: ຍີ່ປຸ່ນ​ໃຫ້​ຄວາມ​ສຳຄັນ​ຕໍ່​ສາຍ​ພົວພັນ​ລະຫວ່າງ​ຈີນ-ຍີ່ປຸ່ນ ໂດຍ​ຖື​​ເອົາສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຫັນເປັນ​ປົກກະຕິ​ຄົບຮອບ 45 ປີ ​ແລະຖື​ເອົາການ​ລົງ​ນາມ​ໃນ "ສັນຍາ​ວ່າ​ດ້ວຍ​ສັນຕິພາບ​ແລະ​ມິດຕະພາບ​ຍີ່ປຸ່ນ-ຈີນ" ຄົບຮອບ 40 ປີ​ເປັນ​ກາລະໂອກາດ​, ​ແກ້​ໄຂ​ແລະ​ຄວບ​ຄຸມ​ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ເໝາະ​ສົມ, ​ເພີ່ມ​ທະວີ​ການ​ສົນທະນາ​ແລະ​ການ​ແລກປ່ຽນ,​ເປີດ​ກວ້າງ​ດ້ານ​ຕັ້ງໜ້າ​ຂອງສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ,ຊຸ​ກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃຫ້​ໄດ້​ຮັບ​ການ​ປັບປຸງ​​ດີ​ຂຶ້ນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ