ສະພາ​ການ​ຄ້າຈີນ​ຢູ່​ມາ​ເລ​ເຊຍຄາດ​ເສດຖະກິດ​ມາ​ເລ​ເຊຍ​​ປີ 2017 ສົດ​ໃສ
2017-04-05 11:12:39  cri 
ວັນ​ທີ 4 ​ເມສາ​ນີ້ ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ​ປະ​ເທດ​ມາ​ເລ​ເຊຍ, ສະພາ​ການ​ຄ້າ​ຈີນ​ຢູ່ມາ​ເລ​ເຊຍໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ເສດຖະກິດ​​ໄຕ​ມາດ​ທຳ​ອິດ​ປີ 2017 ໂດຍ​ຊີ້​​ໃຫ້​ເຫັນວ່າ: ຈາກ​ການກະ​ຕຸ້ນຄວາມ​ຕ້ອງການ​ພາຍ​ໃນຢ່າງກວ້າງ​ຂວາງ​ແລະ​ຕໍ່​ເນື່ອງ​ລວມທັງ​ການ​ສົ່ງ​ອອກຂອງມາເລເຊຍ​ແລ້ວ​ຈຶ່ງ​ຄາດ​ວ່າ​ເສດຖະກິດ​ມາ​ເລ​ເຊຍ​ໃນ​ປີ​ນີ້​ຈະສົດ​ໃສ​ດີ.

​ແນວ​ໃດ​ກໍ​ດີ,ບົດ​ລາຍ​ງານດັ່ງກ່າວ​ຍັງ​ລະ​ບຸ​ວ່າ: ລັດຖະບານ​ມາ​ເລ​ເຊຍ​ຄວນ​ສົ່ງ​ເສີມນິຕິ​ບຸກຄົນໃຫ້ເຂົ້າ​ຮ່ວມ​ລົງທຶນ​ຢ່າງ​ຕັ້ງໜ້າ​,ຂະນະ​ດຽວ​ກັນ​ກໍ​ຕ້ອງ​ເພີ່ມ​ທະວີ​​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ເພື່ອ​ຊຸກຍູ້​ເສດຖະກິດ​ຂອງ​ປະ​ເທດ​ຕົນ​​ໄດ້​ຮັບ​ການ​ພັດທະນາ​ຢ່າງຮອບດ້ານ. ນອກ​ນີ້ບົດ​ລາຍ​ງານຍັງ​ຄາດ​ຄະ​ເນ​ວ່າ: ​ເນື່ອງ​ຈາກ​ລາຄາ​ວັດຖຸ​ດິບ​​ຕ່າງໆສູງ​ຂຶ້ນ, ອັດຕາ​ໄພ​ເງິນ​​ເຟີ້​ຂອງ​ມາ​ເລ​ເຊຍໝົດ​ປີຄາດ​ວ່າ​ຈະ​ຢູ່​ໃນ​ລະດັບ 3-4%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ