ຊາວ​ປະມົງພົບ​ໄຂ່​ມຸກ​ທີ່​ຫາ​ຍາກ
2017-04-05 16:28:06  cri 


ຫວ່າງ​ມໍ່ໆ​ມາ​ນີ້, ທ້າວ​ຈ່າງ ອາຍຸ 48 ປີ ​ຊາວ​ປະມົງ​ຢູ່​ແຂວງ​ຟູ​ຈ້ຽນ ສປ ​ຈີນ, ສາມາດ​ຫາຫອຍ​ທະ​ເລ​​ໄດ້ໜັກ​ກວ່າ 3 ​ກິໂລຢູ່​ເຂດ​ທະ​ເລ​ໃກ້​ຝັ່ງ, ຂະນະ​ທີ່​ກຽມ​ແຕ່ງກິນ​ພັດ​​ພົບ​ເຫັນ​ໄຂ່​ມຸກສີ​ເຫຼືອງ​ທີ່​ມີ​ເສັ້ນ​ຜ່າ​ສູນກາງ 2 ຊັງ​ຕິ​ແມັດ​ໜ່ວຍ​ໜຶ່ງຢູ່ທ້ອງ​ຫອຍ​ເຊິ່ງ​ເມື່ອ​ເຫັນ​​ແລ້ວ​ມັນ​ຊ່າງ​ງາມ​ຫຼາຍ​ແລະ​ນຳ​ໄປຊັ່ງ​ກໍມີນ້ຳໜັກ 15,6 ກຣາມ. ນັກຊ່ຽວຊານ​ບອກຮູ້​ວ່າ: ຫອຍ​ທະ​ເລ​ທີ່​ມີ​ເສັ້ນ​ຜ່າສູນ​ກາງ 2 ຊັງ​ຕິ​ແມັດ​ນັ້ນ​ຄວນ​ໃຊ້​ເວລາ​ດົນ​ຈຶ່ງ​ຈະເປັນ​​ໂຕໄດ້ ​ແລະ​ຕາມທຳ​ມະ​ດາ​ແລ້ວ,ຫອຍ​ທະ​ເລ​ທຳ​ມະ​ຊາດຈະ​ບໍ່​ເປັນ​ໜ່ວຍ​ມົນ,​ແຕ່​ໄຂ່ມຸກ​ທີ່​ພົບ​ນອກຈາກ​ມົນ​ແລ້ວ​ຍັງ​ສວຍ​ງາມ​ຕື່ມ​ອີກ​ແລະ​ເປັນຄວາມ​ສວຍ​ງາມ​ທີ່ຫາ​ຍາກ​ຫຼາຍ.
1 2 3 4 5 6 7 8 9
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ