ທ່ານ ສີ​ຈິ້ນ​ຜິ​ງ ສະ​ແດງ​ຄວາມ​ເຫັນ​ໃຈ​ເຖິງປະທານາທິບໍດີຣັດ​ເຊຍຫຼັງ​ເກີດ​ເຫດ​ລະ​ເບີດສະຖານີ​ລົດ​ໄຟ​ໃຕ້​ດິນ
2017-04-05 16:41:13  cri 
ວັນ​ທີ 4 ​ເມສາ​ນີ້, ທ່າ​ນ ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງໂທລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ທ່ານ ວລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ ຫຼັງ​ເກີດ​ເຫດ​ລະ​ເບີດ​​ຢູ່​ສະຖານີ​ລົດ​ໄຟ​ໃຕ້​ດິນ​ຂອງ​ເມືອງ​ຊັງ ປີ​ເຕີ​ສ​ເບີກ.

ທ່ານ ສີ​ຈິ້ນ​ຜິ​ງ ກ່າວ​ວ່າ: ສະຖານີ​ລົດ​ໄຟ​ໃຕ້​ດິນ​ຢູ່​ເມືອງຊັງ ປີ​ເຕີ​ສ​ເບີກ​ປະ​ເທດຣັດ​ເຊຍ​ໄດ້​ເກີດ​ເຫດ​ລະ​ເບີດ​ຢ່າງຫຼວງ​ຫຼາຍ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຢ່າງ​ໜັກໜ່ວງ, ຂ້າພະ​ເຈົ້າ​ຮູ້ສຶກ​ສະ​ເທືອ​ນ​ໃຈ​ຫຼາຍ​ແລະ​ຈີນ​ຂໍ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະທຳ​​ໂຈມ​ຕີ​ກໍ່​ການ​ຮ້າຍ​ດັ່ງກ່າວ. ຂ້າພ​ະ​ເຈົ້າ​ຂໍ​ຕາງໜ້າ​ລັດຖະບານ​ແລະ​ປະຊາຊົນ​ຈີນ ​ແລະ​ໃນ​ນາມ​ສ່ວນ​ຕົວສະ​ແດງ​ຄວາມ​ໄວ້ອາ​ໄລ​ຢ່າງ​ສຸດ​ຊຶ້ງຕໍ່​ຜູ້​​ເສຍ​ຊີວິດ ​ແລະ​ສະ​ແດງ​ຄວາມ​ເຫັນ​ໃຈຢ່າງ​​ຈິງ​ໃຈຕໍ່​ຜູ້​ບາດ​ເຈັບ​ແລະ​ຍາດຕິ​ພີ່ນ້ອງ​ຂອງ​ຜູ້​ເສຍ​ຊີວິດ. ຂະນະ​ທີ່ປະສົບ​ບັນຫາ​ດັ່ງກ່າວ, ປະຊາຊົນ​ຈີນ​ກໍຢືນ​ຢູ່​ຄຽງ​ຂ້າງກັບ​ປະຊາຊົນຣັດ​ເຊຍ​ຢ່າງ​ເດັດດ່ຽວ​ໜຽ​ວ​ແໜ້ນ​ແລະ​ກໍ​ເດັດດ່ຽວ​ຄັດຄ້ານ​ລັດທິ​ກໍ່​ການ​ຮ້າຍ​ທຸກ​ຮູບ​ແບບ ທັງຍິນ​ດີ​ຮ່ວມ​ກັບຣັດ​ເຊຍ​ແລະ​ປະຊາ​ຄົມ​ໂລກ ເພີ່ມ​ທະວີ​ການ​ຮ່ວມ​ມື​ປາບ​ປາມ​ການ​ກໍ່​ການ​ຮ້າຍ ​ເພື່ອປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ