ທ່ານສີ​ຈິ້ນ​ຜິງ​ເດີນທາງ​ຢ້ຽມຢາມ​ແຟງ​ລັງ​ທາງ​ລັດຖະກິດ
2017-04-05 16:07:22  cri 

ວັນ​ທີ 4 ​ເມສາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ເຖິງ​ນະ​ຄອນ​ຫຼວງ​ແຮນ​ຊິງ​ກີ​ປະ​ເທດແຟງ​ລັງດ້ວຍຍົນ​ພິ​ເສດ, ​ເພື່ອຢ້ຽມຢາມສາທາລະນະ​ລັດ​ແຟງ​ລັງ​ທາງ​ລັດຖະກິດ.

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ກ່າວຄຳ​ອວຍພອນອັນ​ປະ​ເສີດ​ຕໍ່​ລັດຖະບານ​ແລະ​ປະຊາຊົນ​ແຟງ​ລັງ​ໃນ​ໂອກາດວັນປະກາດ​ເອກະລາດ​ຄົບຮອບ 100 ປີ. ທັງ​ໄດ້​ກ່າວ​ວ່າ, ນັບ​ແຕ່ຈີນ​ແລະ​ແຟງ​ລັງ​ສ້າງສາຍ​ພົວພັນ​ທາງ​ການ​ທູດຕະຫຼອດ​ໄລຍະ​ 67 ປີ​​ເປັນ​ຕົ້ນ​ມາ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ໝັ້ນ​ທ່ຽງ​​ໂດຍ​ຕະຫຼອດ. ​ໃນ​ຫຼາຍ​ປີ​ມາ​ນີ້, ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ, ​ເຕັກນິກ​ວິທະຍາສາດ​, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​, ວັດທະນະທຳ​ແລະ​ອື່ນໆ​ໄດ້ລົງ​ສູ່​ລວງ​ເລິກ. ປັດຈຸບັນ, ສອງ​ຝ່າຍ​ພວມ​ຕັ້ງໜ້າ​ສ້າງ​ແລະ​ຊຸກຍູ້ສາ​ຍພົວພັນ​ຄູ່​ຮ່ວມ​ມື​ແບບ​ໃໝ່ທີ່​ຫັນ​ໜ້າ​ໄປ​ສູ່​ອະນາຄົດ, ສາຍ​ພົວພັນ​ລະຫວ່າງ​ຈີນ​ກັບ​ແຟງ​ລັງ​ໄດ້​ຮັບ​ໂອກາດ​ພັດທະນາ​ໃໝ່. ຂ້າພະ​ເຈົ້າ​ຄອງ​ຄອຍ​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກັບ​ຜູ້ນຳ​ແຟງ​ລັງ​ກ່ຽວ​ກັບ​ການ​ພົວພັນ​ສອງ​ປະ​ເທດ​ແລະ​ບັນຫາ​ອື່ນໆ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ, ​ແລະ​ວາງ​ແຜນ​ສົ່ງ​ເສີມ​ສາຍພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ພາຍຫຼັງ​ສຳ​ເລັດ​ການ​ຢ້ຽມຢາມ​ແຟງ​ລັງ​ທາງ​ລັດຖະກິດ​ແລ້ວ, ທ່ານ​ສີ​ຈິ້ນ​ຜິ​ງຍັງ​ຈະ​ເດີນທາງ​​ໄປສວນ​ມາ-​ອາ-ລາ​ໂກ ລັດ​ຟລໍຣີດາ​ສະຫະລັດ​ອາ​ເມ​ລິ​ກາ​ເພື່ອຮ໋ວມ​ພົບ​ປະ​ລະຫວ່າງປະ​ມຸກ​ລັດ​ຈີນ-​ອາ​ເມລິ​ກາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ