​ເຈົ້າ​ຊີວິດ​ໄທ​ຈະ​​ລົງ​ນາມ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ໃນ​ວັນ​ທີ 6 ​ເມສາ​ນີ້
2017-04-05 16:21:41  cri 
ຕາມ​ຂ່າວສານ​ຊິນ​ຮວາ: ສຳນັກງານ​ກິດຈະກຳ​ພະລາຊະ​ວັງ​ໄທ​ຖະ​ແຫຼ​ງ​ໃນ​ວັນ​ທີ 3 ​ເມສາ​ນີ້​ວ່າ, ​ເຈົ້າ​ຊີວິດ​ມະຫາ​ວະຊິຣະລົງ​ກອນ​​ຈະ​ລົງ​ນາມ​ໃນ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ໃນ​ວັນ​ທີ 6 ​ເມສາ​ນີ້ ​ແລະ​ຫຼັງ​ລົງ​ນາມ​ຈະ​ເຮັດ​ໃຫ້ຮ່າງລັດຖະທຳ​ມະນູນ​ສະບັບ​ໃໝ່ຈະ​ກາຍ​ເປັນ​ລັດຖະທຳ​ມະນູນ​ສະບັບ​ທີ 20 ຂອງ​ໄທ​ຢ່າງ​ເປັນ​ທາງ​ການ. ຖະ​ແຫຼ​ງການລະບຸ​ວ່າ, ພິທີ​ລົງ​ນາມ​ຈະ​ຈັດ​ຂຶ້ນ​ໃນ​ເວລາ 15 ​ໂມງ​ຂອງ​ວັນ​ທີ 6 ​ເມສານີ້ ​ແລະພາຍຫຼັງ​ລົງ​ນາມ​ແລ້ວ​ຈະ​ມອບ​ໃຫ້​ນາຍົກລັດຖະມົນຕີ ​ແລະ​ສົ່ງ​ຕໍ່​ໃຫ້​ເຈົ້າ​ໜ້າ​ທີ່​ສຳນັກງານ​ເລຂາທິການ​ຄະນະ​ລັດຖະບານ​ໄທ​ປະກາດຈັດ​ຕັ້ງ​ປະຕິບັດ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ຢ່າງ​ເປັນ​ທາງ​ການ.

ອີງ​ຕາມທິດທາງ​ການ​ເມືອງ​ຂອງ​ຄະນະ​ລັດຖະບານ​ທ່ານ​ປຣະຍຸດ, ພາຍຫຼັງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ປະກາດ​ໃຊ້ແລ້ວ, ​ໄທ​ຈະ​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄັ້ງ​ທຳ​ອິດ​​ໃນ​ທ້າຍ​ປີ 2017 ​ຫຼັງ​ການ​ລັດຖະປະຫານ​​ເມື່ອປີ 2014. ​​ແນວ​ໃດ​ກໍ​ດີ ​ກ່ອນ​ໜ້າ​ນີ້, ຄະນະ​ກຳມະການ​ຮ່າງ​ລັດຖະທຳ​ມະນູນ​ໄທ​ຍັງ​ຕ້ອງຮ່າງ​ກົດໝາຍລູກ 4 ສະບັບ​ທີ່​ກ່ຽວຂ້ອງ​ກັບ​ການ​ເລືອກ​ຕັ້ງ ​​ໃຫ້​ສຳ​ເລັດ​ແລະ​ຜ່ານ​​ສະພາ​ນິຕິບັນຍັດ​ໄທ​ແລ້ວ, ​ ​ຈິ່ງ​ຈະ​ສາມາດ​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ຢ່າງ​ເປັນທາງ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ