ເຢຍລະ​ມັນ​ຈະສະກັດ​ກັ້ນຖ້ອຍ​ຄວາມ​ລະ​​ເມີດ​ກົດໝາຍຕາມ​ສື່​ສັງຄົມ​ອອນ​ລາຍ​ຢ່າງເຂັ້ມງວດ​
2017-04-06 15:55:44  cri 

ລັດຖະບານ​ເຢຍລະ​ມັນ​ໄດ້​ຮັບຮອງ​ຮ່າງ​ກົດໝາຍ​ສະບັບ​ໜຶ່ງ​ໃນ​ວັນ​ທີ 5 ​ເມສາ​ນີ້ ​ເພື່ອ​ສະກັດ​ກັ້ນ​ເນື້ອ​ໃນ​ທີ່​ລະ​ເມີດ​ກົດໝາຍ​ໃນ​ສື່​ສັງຄົມ​ອອນ​ລາຍ ​ເຊັ່ນ ອາ​ຄາດ​ບາດໝາງ, ການ​ຍຸຍົງ​ສົ່ງ​ເສີມ, ຂໍ້​ມູນຂ່າວປອມ, ຢຽບ​ຫຍາມ, ​ໃສ່​ຮ້າຍ​ປ້າຍ​ສີ, ນາບ​ຂູ່, ການ​ກະທຳ​ຜິດ​ແບບ​ກໍ່​ການ​ຮ້າຍ, ສິ່ງ​ລາມົກ​ກ່ຽວ​ພັນ​ເຖິງ​ເດັກນ້ອຍ ​ແລະ​ອື່ນໆ.

ຮ່າງ​ກົດໝາຍ​ດັ່ງກ່າວ​ທີ່ສະ​ເໜີ​ໂດຍ​ກະຊວງ​ຍຸຕິ​ທຳ​ເຢຍລະ​ມັນ ​​ໄດ້​ລະບຸ​ວ່າ: ບໍລິສັດ​ສື່​ສັງຄົມ​ອອນ​ໄລ​ຖ້າ​ບໍ່​​ກຳຈັດ​ ຫຼື ປິດບັງເນື້ອ​ໃນທີ່​ລະ​ເມີດ​ກົດໝາຍ​ຕາມ​ກຳນົດ​ເວລາ, ບໍລິສັດ​​ແລະ ຜູ້​ຮັບຜິດຊອບ​ຂອງ​ບໍລິສັດ​ລ້ວນ​ແຕ່​ຈະ​ຖືກ​ປັບ​ໃໝຫຼາຍສຸດ 50 ລ້ານ​ເອີ​ໂຣ ​ແລະ 5 ລ້ານ​ເອີ​ໂຣ. ຂະນະ​ທີ່​ບໍລິສັດ​ສື່​ສັງຄົມ​ອອນ​ລາຍ​ຕ້ອງ​ກຳຈັດ ຫຼື ປິດ​ບັງ​ເນື້ອ​ໃນ​ທີ່​ລະ​ເມີດ​ກົດໝາຍ​ພາຍ​ໃນ​ເວລາ 24 ຊົ່ວ​ໂມງ ຫຼັງ​ໄດ້​ຮັບລາຍ​ງານ ​ແລະ ຖ້າວ່າ​ມີ​ຄວາມ​ເຫັນ​ຂັດ​ກັນ ກໍ​ຕ້ອງ​ແກ້​ໄຂ​ບັນຫາ​ພາຍ​ໃນ​ເວລາ 7 ວັນຫຼັງ​ໄດ້​ຮັບ​ລາຍ​ງານ ລວມທັງ​ການກ່າຍ ​ແລະ ​ແບ່ງປັນ ​ເນື້ອ​ໃນ​ທີ່​ລະ​ເມີດ​ກົດໝາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ