ຈີນ​ແລະ​ໄທ​ຮ່ວມ​ມືດ້ານດາລາສາດ
2017-04-06 15:58:29  cri 

ສົມ​ເດັດຈັກກຣີ ສິລິ​ນທອນ ​ເຈົ້າຍິງ​ລາຊະ​ອານາຈັກ​ໄທ ​ໄດ້​ເດີນທາງ​ຢ້ຽມຢາມ "ຕາ​ສັງ​ເກດ​ທ້ອງຟ້າ"--ກ້ອງ​ຊ່ອງໂທລະທັດ​ຮູບ​ບານ​ມົນທີ່​ມີເສັ້ນຜ່າ​ສູນ​ກາງ 500 ​ແມັດ ຫຼື FAST ຂອງ​ສະຖານີ​ດາລາສາດ​ແຫ່ງ​ຊາດ ສະ​ຖາ​ບັນ​ວິທະຍາສາດ​ຈີນ ທັງ​ເປັນ​ພິຍານ​​ໃນການ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ສະຖານີ​ດາລາສາດ​ແຫ່ງ​ຊາດ​ຈີນ ​ແລະ ສະ​ຖາ​ບັນ​ຄົ້ນຄວ້າ​ດາລາສາດ​ແຫ່ງ​ຊາດ​ໄທ.

ການ​ເຊັນ​ບົດ​ບັນທຶກ​ດັ່ງກ່າວ​​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ດ້ານວິຊາ​ການ​ໃນຫຼາຍຂົງ​ເຂດ​ລະຫວ່າງ​ສອງ​ຝ່າຍ ​ແລະ​ຊຸກຍູ້​ການຄົ້ນຄວ້າ, ຍົກ​ລະດັບ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ຂົງ​ເຂດ​ດາລາສາດ ​ແລະ​ອື່ນໆ.

​ໃນ​ຖານະ​ເປັນ​ທູດ​ມິດຕະພາບ​ລະຫວ່າງ​ໄທ-ຈີນ, ສົມ​ເດັດ​ສິລິນ​ທອນ ຍັງ​ໄດ້​ເດີນທາງ​ຢ້ຽມຢາມ​ສະຖານີ​ດາລາສາດ​ແຂວງ​ຢຸນນານ 2 ​ເທື່ອ ​ແລະ​ສະໜັບສະໜູນການ​ຮ່ວມ​ມື​ດ້ານ​ດາ​ລາ​ສາດ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ແຂງ​ແຮງ. ຂະນະ​ທີ່​ເພື່ອ​ສະ​ເຫຼີມສະຫຼອງວັນພະ​ຊົນ​ມະ​ພັນ​ສາ​ຂອງ​ສົມ​ເດັດ​ສິລິ​ນທອນ​ຄົບຮອບ 60 ພັນ​ສາ, ສະຖານີ​ດາລາສາດ​ແຂວງ​ຢຸນນານ ​ແລະ ສະ​ຖາ​ບັນ​ຄົ້ນຄວ້າ​ດາລາສາດ​ແຫ່ງ​ຊາດ​ໄທ ​ໄດ້​ຮ່ວມ​ກັນສ້າງ​ກ້ອງ​ຊ່ອງ​​ໂທລະທັດ​ອັດຕະ​ໂນ​ມັດ​ຂະໜາດ 70 ຊັງ​ຕີ​ແມັດ​ຈີນ-​ໄທ ຢູ່​ຫໍດາລາສາດ​ກາວ​ເໝີຍ​ກູ ​ເມືອງ​ລີ້​ຈ່ຽງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ