ລັດ​ຊາ​ບາ​ຂະຫຍາຍ​ເວລາ​ຫ້າມ​ສັນຈອນ​ໃນ​ຍາມ​ກາງຄືນ​ເພື່ອ​ປ້ອງ​ກັນ​ກຸ່ມ​ປະກອບ​ອາວຸດ​ຟິລິບ​ປິນ
2017-04-06 16:00:48  cri 

ທ່ານຣຳລີ ດິນ ຜູ້​ບັນຊາ​ການ​ຕຳຫຼວດລັດ​ຊາ​ບາ​ປະ​ເທດ​ມາ​ເລ​ເຊຍ ​ໄດ້​ອອກ​ຖະ​ແຫຼງການ​ໃນ​ວັນ​ທີ 4 ​ເມສາ​ນີ້​ວ່າ: ​ເພື່ອ​ປ້ອງ​ກັນ​ກຸ່ມ​ກໍ່​ການຮ້າຍ​ອາ​ບູຊາ​ຢາ​ບທີ່​ເຄື່ອນ​ໄຫວ​ຢູ່​ພາກ​ໃຕ້​ຟິລິບ​ປິນ ຈຶ່ງ​ໄດ້ຕົກລົງ​ຂະຫຍາຍ​​ເວລາ​ຫ້າມ​ສັນຈອນ​​ໃນຍາມ​​ກາງຄືນ​​ໄປ​ເຖິງ​ວັນ​ທີ 20 ​ເມສາ​ນີ້.

ທ່ານຣຳລີ ດິນ ກ່າວ​ວ່າ: ​ໃນ​ໄລຍະ​ຫ້າມ​ສັນຈອນ​ໃນ​ຍາມ​ກາງຄືນ, ​ແຕ່​ລະ​ມື້ ປະຊາຊົນ​ຈະ​ຕ້ອງ​ຢູ່​ໃນ​ເຮືອນ​ຕົນ​ນັບ​ແຕ່​ເວລາ 18:00 ​ໂມງ​ຫາ 6:00 ​ໂມງ​ເຊົ້າ, ທັງຫ້າມ​ບໍ່​ໃຫ້ປະຊາຊົນ​ຈາກ​ບ່ອນ​ອື່ນ​​ເຂົ້າລັດ​ຊາ​ບາ​ໃນ​ໄລຍະ​ເວລາ​ດັ່ງກ່າວ. ຂະນະ​ທີ່​ເຈົ້າໜ້າ​ທີ່​ຂະຫຍາຍ​ເວລາ​ຫ້າມ​ສັນ​ຈອນ​ໃນ​ຍາມ​ກາງຄືນ​ກໍ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ກຸ່ມ​ປະກອບ​ອາວຸດ​ເຂົ້າລ່ວງ​ລ້ຳ​ເຂດ​ທະ​ເລ​ທີ່​ຫ້າມ​ສັນຈອນ​ໃນ​ຍາມ​ກາງຄືນ ​ແລະຫຼີກ​ເວັ້ນການ​ຂົ່ມຂູ່​ຄວາມ​ປອດ​ໄພ​ຂອງ​ປະຊາຊົນ​ທ້ອງ​ຖິ່ນ​ແລະ​ນັກ​ທ່ອງ​ທ່ຽວ.

ນອກ​ນີ້, ທ່ານຣຳລີ ດິນ ຍັງ​ຊີ້​ໃຫ້​ເຫັນ​ອີກ​ວ່າ: ​ ​ເຈົ້າໜ້າ​ທີ່​ຕຳຫຼວດ​ໄດ້ຮັບຂ່າວ​ລັບ​ວ່າ, ກຸ່ມ​ປະກອບ​ອາວຸດ​ອາ​ບູຊາ​ຢາ​ບ ຍັງ​ມີເຈຕະນາ​ລ່ວງ​ລ້ຳ​ເຂົ້າ​ເຂດ​ຄວ​ບຄຸມ​ຄວາມປອດ​ໄພທາງ​ພາກ​ຕາ​ເວັນ​ອອກ​ຊາ​ບາ ​ແລະ ການ​ປະຕິບັດ​ການ​ຫ້າມ​ສັນຈອນ​ໃນ​ຍາມ​ກາງຄືນ ນອກຈາກ​ເພື່ອ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ປະຊາຊົນ​​ແລະ​ເຂດ​ທະ​ເລພາກ​ຕາ​ເວັນ​ອອກ​ຊາ​ບາ​​ແລ້ວ, ຍັງ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ກອງ​ກຳລັງ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຕິດຕາມ​ແລະປະຕິບັດ​ກົດໝາຍ ​ທັງສ້າງ​ຄວາມຄວາມ​ປອດ​ໄພ​ໃຫ້​ແກ່​ຜູ້​ປະກອບ​ການ​ລີ​ສອດ ​ແລະ ຊາວປະມົງອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ