ໄອ​ຍະ​ການ​ຝຣັ່ງສື​ບສວນ​ຄະດີ​ຕຳຫຼວດຍິງ​ຊາວ​ຈີນ ​
2017-04-06 16:25:09  cri 

ສື່​ມວນ​ຊົນ​ຝຣັ່ງລາຍ​ງານ​ໃນ​ວັນ​ທີ 5 ​ເມສາ​ນີ້​ວ່າ, ​ໄອ​ຍະ​ການ​ປາຣີ ປະ​ເທດ​ຝຣັ່ງ ​ເລີ່​ມສືບສວນ-ສອບ​ສວນ​ເຈົ້າໜ້າ​ທີ່​ຕຳຫຼວດທີ່ຍິງ​ສັງຫານ​ທ່ານຫຼິວຊ້າ​ວຢາ​ວ ຊາວ​ຈີນ​ທີ່​ອາ​ໄສ​ຢູ່​ປະ​ເທດ​ຕົນ​ ​ເພື່ອ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ.

​ຂ່າວລາຍ​ງານ​ວ່າ: ​ໃນ​ວັນ​ດັ່ງກ່າວ, ​ໄອ​ຍະ​ການ​ປາຣີ​ເລີ່​ມດຳ​ເນີນ​ຄະດີ "​ເຈົ້າໜ້າ​ທີ່​ອົງການ​ອຳນາດ​ສາທາລະນະຖືກ​ສົງ​ໄສ​ຈົງ​ໃຈ​ໃຊ້​ຄວາມ​ຮຸນ​ແຮງ​ແລະ​ເຮັດ​ໃຫ້​ຄົນ​ເສຍ​ຊີວິດ​ໂດຍບໍ່​ເຈຕະນາ" ທັງ​ແຕ່ງຕັ້ງຜູ້​ພິພາກສາກ່ອນ​ການ​ພິຈາລະນາ​ຄະດີ​​ໜຶ່ງ​ຄົນ​ເພື່ອຮັບຜິດຊອບ​ການສືບສວນ-ສອບ​ສວນ.

ຂ່າວ​ແຈ້ງ​ອີກວ່າ: ບົດ​ລາຍ​ງານ​ການ​ສັນ​ນະ​ສູດ​ຂອງ​ເຈົ້າໜ້າ​ທີ່​ຕຳຫຼວດ​ເມື່ອ​ບໍ່​ດົນ​ມາ​ນີ້​ໄດ້​ລະບຸ​ວ່າ ທ່ານຫຼິວຊ້າ​ວຢາ​ວບໍ່​ໄດ້​ເສບ​ຢາ​ເສບ​ຕິດ ຫຼື ກິນ​ຢາໃດໆ ກ່ອນ​ຈະ​ຖືກ​ຕຳຫຼວດຍິງ​ສັງຫານ​ໃນ​ຕອນ​ຄ່ຳ​ວັນ​ທີ 26 ມີນາ​ຜ່ານ​ມາ.

ທັງ​ນີ້ ຕອນ​ຄ່ຳ​ວັນ​ທີ 26 ມີນາ​ຜ່ານມາ​ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານຫຼິວຊ້າ​ວຢາ​ວ ພົນລະ​ເມືອງ​ຈີນ​ທີ່​ອາ​ໄສ​ຢູ່​ຝຣັ່ງ ​ໄດ້​ຖືກ​ຕຳຫຼວດຍິງ​ສັງຫານ​ຢູ່​ເຮືອນ​ຕົນ​ເຂດ​ທີ 19 ນະຄອນຫຼວງປາຣີ ​​ແລະຫຼັງສັງຫານ, ຊາວ​ຝຣັ່ງ​ເຊື້ອສາຍ​ຈີນ​ແລະ​ຊາວ​ຈີນ​ຕ່າງ​ດ້າວຕ່າງ​ກໍ​ສະ​ແດງ​ຄວາມບໍ່ພໍ​ໃຈ​ຢ່າງ​ຮຸນ​ແຮງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ