ຈີນ​ແລະ​​ແຟງ​ລັງ​ສ້າງຕັ້ງຄະນະ​ກຳມະການ​ຮ່ວມ​ມື​ວິ​ສາ​ຫະກິດ​ປະດິດ​ສ້າງ​ໃໝ່
2017-04-06 16:28:38  cri 

ກະຊວງ​ການ​ຄ້າ​ຈີນ​ຖະ​ແຫຼງ​ໃນ​ວັນ​ທີ 6 ​ເມສາ​ນີ້​ວ່າ, ຈີນ​ແລະ​ແຟງ​ລັງ​ໄດ້​ສ້າງ​ຕັ້ງຄະນະ​ກຳມະການ​ຮ່ວມ​ມື​ວິ​ສາ​ຫະກິດ​ປະດິດ​ສ້າງ​ໃໝ່, ຂະນະ​ທີ່ທ່ານ​ຊຸນ​ຈີ້​ເຫວີ​ນ ​ໂຄສົກ​ກະຊວງ​ການ​ຄ້າ​ ​ໄດ້​ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ໃນ​ວັນ​ດັ່ງກ່າວ​ວ່າ: ຄະນະ​ກຳມະການ​ນີ້​ຈະ​ເປັນ​ກົງຈັກ​ການຮ່ວມ​ມື​ການ​ປະດິດ​ສ້າງ​ໃໝ່​ລະຫວ່າງ​ວິ​ສາ​ຫະກິດ​ສອງ​ປະ​ເທດ.

ທ່ານ​ຊຸນ​ຈີ້​ເຫວີ​ນ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ​ໃນ​ໄລຍະ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດຈີນ​ຢ້ຽມຢາມ​ແຟງ​ລັງ, ​ສອງ​ປະ​ເທດ​​ໄດ້​ເຊັນ​ສັນຍາ​ກາ​ນຄ້າ 8 ສະບັບ ​ເຊິ່ງກວມ​ເອົາ​ການ​ເງິນ, ການ​ຮັບ​ເໝົາ​ໂຄງການ, ພະລັງງານ​ສະອາດ, ອາຫານ ​ແລະ​ຂົງ​ເຂດ​ອື່ນໆ.

​ແຟງ​ລັງ​ແມ່ນ​ປະ​ເທດ​ຕາ​ເວັນ​ຕົກ​ປະ​ເທດ​ທຳ​ອິດ​ທີ່​ໄດ້​ເຊັນ​ສັນຍາ​ການ​ຄ້າ​ລະຫວ່າງ​ລັດຖະບານ​ກັບ​ຈີນ ​ແລະ ​ໃນ​ຖານະ​ເປັນ​ປະ​ເທດ​ສະມາຊິກ​ລິ​ເລີ່​ມສ້າງຕັ້ງທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ, ​ແຟງ​ລັງ​ກໍ​ຕັ້ງໜ້າ​ສະໜັບສະໜູນ ​ແລະ ​ເຂົ້າຮ່ວມ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ". ​ແນວ​ໃດ​ກໍ​ດີ, ​ເສດຖະກິດ​ສອງ​ປະ​ເທດ​ຕ່າງ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ໃນ​ລະດັບ​ສູງ ​ແລະ ຈີນ​ກໍ​ເປັນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຢູ່​ອາຊີ​ຂອງ​ແຟງ​ລັງ​ເປັນ​ເວລາ 13 ປີ​ຢ່າງ​ຕໍ່​ເນື່ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ