ປະທານ​ປະ​ເທດ​ຈີນຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ນາຍົກ​ແຟງ​ລັງ
2017-04-06 11:20:47  cri 

ວັນ​ທີ 5 ​ເມສາ​ນີ້ ຢູ່​ນະຄອນຫຼວງ​ແຮນ​ຊິງ​ກີປະ​ເທດ​ແຟັງ​ລັງ,  ທ່ານ ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ ຈູ​ຮາ ຊີ​ປີ​ລາ ນາຍົກລັດຖະມົນຕີປະ​ເທດ​ດັ່ງກ່າວ.

ທ່ານ ສີ​ຈິ້ນ​ຜິ​ງ ກ່າວ​ເນັ້ນ​ວ່າ: ສາຍ​ພົວພັນ​ລະຫວ່າງ​ຈີນ-​ແຟງ​ລັງ​ຢູ່​ບົນ​ພື້ນຖານ​ນ້ຳ​ໃຈໄມຕີ​ຈິດ​ມິດຕະພາບ​ແລະມີ​ມູນ​ເຊື້ອມາ​​ແຕ່ດົນນານ. ທັດສະນະ​ ​ແລະ​ຍຸດ​ທະ​ສາດ​ການ​ພັດທະນາ​ຂອງ​ສອງ​ປະ​ເທດ​ສອດຄ່ອງ​ກັນ​ໃນ​ລະດັບ​ສູງ, ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ຝ່າຍ​ມີ​ອະນາຄົດ​ທີ່​ສົດ​ໃສ. ຈາກ​ນີ້ຈີນ​ຈຶ່ງຍິນ​ດີ​ຮ່ວມ​ກັບ​ແຟງ​ລັງ​ພະຍາຍາມ​ຊຸກຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ:ຂົງ​ເຂດວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແບບປະດິດ​ສ້າງ​ໃໝ່,ການ​ປະຢັດ​ພະລັງງານ​ແລະ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ,ວຽກ​ງານ​ຂົ້ວ​ໂລກ​ເໜືອ,ການທ່ອງທ່ຽວ​,ກິລາ​ແລະ​ຂົງ​ເຂດອື່ນໆ​ທີ່​ສຳຄັນ​.


ທ່ານ ສີ​ຈິ້ນ​ຜິ​ງກ່າວ​ຕື່ມວ່າ: ການ​ພັດທະນາ​ເອີຣົບມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ໂລກ ​ເຊິ່ງຫວັງ​ວ່າ​ແຟງ​ລັງ​ຈະເສີມ​ຂະຫຍາຍ​ບົດບາດ​​ຢ່າງ​ຕັ້ງໜ້າ​ກວ່າ​ເກົ່າຕໍ່​ການ​ພັດທະນາການພົວພັນ​ລະຫວ່າງ​ຈີນ-​ເອີຣົບ.

ທ່ານ ຊີ​ປີ​ລາ ກ່າວວ່າ: ​ແຟງ​ລັງ​ສະ​ແດງ​ຄວາມຊົມ​ເຊີຍຕໍ່​ຈີນ​ທີ່​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຢ່າງ​ຕັ້ງໜ້າ​ໃນວຽກ​ງານ​ຂອງ​ໂລກ ທັງ​ຍິນ​ດີ​ຮ່ວມ​ກັບ​ຈີນ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ພາຍ​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​​ເສັ້ນທາງ" ພ້ອມ​ທັງສະໜັບສະໜູນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ. ຂະນະ​ດຽວ​ກັນ​ກໍຍິນ​ດີ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ເອີຣົບ​ເໜືອ​ກັບ​ຈີນ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ