ລັດຖະບານ​ຟີ​ລິບ​ປິນ​​ແລະ​ພັກ​ກອມ​ມູນິດ​ຮ່ວມ​ລົງ​ນາມ​ຢຸດ​ຍິງ​ຊົ່ວຄາວ
2017-04-06 11:21:49  cri 
ວັນ​ທີ 5 ​ເມສາ​ນີ້, ລັດຖະບານ​ຟີ​ລິບ​ປິນ​ແລະພັກ​ກອມ​ມູນິດ​ຂອງ​ປະ​ເທດ​ດັ່ງກ່າວໄດ້​ເປັນ​ເອກະ​ພາບ​ກັນ​ຫຼັງການ​ເຈລະຈາ​ສັນຕິພາບ​ຮອບ​ໃໝ່​ທີ່​ຈັດ​ຂຶ້ນ​ຢູ່​ໂຮ​ນລັງ ​ໂດຍ​ສອງ​ຝ່າຍ​ໄດ້​ຮ່ວມລົງ​ນາມ​ຢຸດ​ຍິງ​ຊົ່ວຄາວ​. ​ແນວ​ໃດ​ກໍ​ດີ, ສັນຍາ​ນີ້​ຈຳກັດ​ສະ​ເພາະລັດຖະບານ​ແລະ​ກຳລັງ​ປະກອບ​ອາວຸດ​ຂອງ​ພັກ​ກອມ​ມູນິດຟີ​ລິບ​ປິນ​ເທົ່າ​ນັ້ນ​ແລະເນື້ອ​ໃນ​​ໂດຍລວມ​ເລັ່ງສ້າງ​ເຂດ​ກັນ​ຊົນ​ການ​ທະຫານ​ກໍ​ຄື​ກົນ​​ໄກ​ຕິດຕາມ​ການ​ຢຸດ​ຍິງ.

ໃນ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ຫຼັງ​ການ​ເຊັນ​ສັນຍາ, ທ່ານ ​ເຈ​ຊຸ​ສ ດູຣີຈາ ທີ່​ປຶກສາ​ວຽກ​ງານ​ສັນຕິພາບ​ຂອງ​ປະທານາທິບໍດີ​ຟີ​ລິບ​ປິນກ່າວ​ວ່າ: ສັນຍາ​ວ່າ​ດ້ວຍ​ການ​ຢຸດ​ຍິງ​ຊົ່ວຄາວ​ຈະ​ຮັບປະກັນ​​ໃຫ້​ແກ່​ການ​ສືບ​ຕໍ່​ຊຸກຍູ້ການ​ເຈລະຈາ​ສັນຕິພາບ. ຂະນະ​ທີ່ທ່ານ​ ດູຣີຈາ​ ກ່າວ​ວ່າ: "​ເປັນ​ເລື່ອງ​ທີ່​ດີ​ທີ່​ສອງ​ຝ່າຍ​ເຊັນ​ສັນຍາ​ວ່າ​ດ້ວຍ​ການ​ຢຸດ​ຍິງ,​ແຕ່ທີ່​ຈິງ​ແລ້ວການ​ເຈລະຈາ​ສັນຕິພາບຫາ​ກໍ​ເລີ່​ມຕົ້ນ ​ແລະ​ສິ່ງສຳຄັນ​ກວ່າກໍ​ຄືການ​ປະຕິບັດ​ສັນຍາ."

ໃນ​ຊຸ​ມປີ 1960, ພັກ​ກອມ​ມູນິດຟີ​ລິບ​ປິນ​ໄດ້​ສ້າງຕັ້ງ "ກອງທັບ​ປະຊາຊົນ​ໃໝ່"ທີ່​ເປັນ​ກອງ​ກຳລັງ​ປະກອບ​ອາວຸດ ເພື່ອ​ໂຄ່ນລົ້ມ​ລັດຖະບານ​ດ້ວຍ​ກຳລັງ​ປະກອບ​ອາວຸດ ​ແລະ​ກວ່າ 50 ປີ​ທີ່ສອງ​ຝ່າຍ​ປະ​ທະ​ກັນ​​ຢ່າງ​ຕໍ່​ເນື່ອງນັ້ນສົ່ງ​ຜົນ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ 3 ​ໝື່ນ​ຄົນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ