ຂົວລະບຽງບົນທ້ອງຟ້າ​ຂອງ​ເມືອງ​ຈຸ່ງ​ກິ່ງຈີນ​ສູງ 80 ​ແມັດ
2017-04-06 16:45:31  cri 


ຫວ່າງ​ມໍ່ໆ​ນີ້, ​​ແຫຼ່ງທ່ອງ​ທ່ຽວ​ຂອງ​ເມືອງ​ຈຸ່ງ​ກິ່ງ​ໄດ້​​ເພີ່ມຄວາມ​ກ້າຫານ​ບົນ​ທ້ອງຟ້າ​ດ້ວຍ​ຄວາມ​ຫວາດສຽວ​ເຊິ່ງນັ້ນ​ກໍ​ຄື ຂົວ​ລະບຽງ​ບົນ​ທ້ອງຟ້າ. ຂົວ​ດັ່ງກ່າວ​ຕັ້ງ​ຢູ່​ຜາ​ຊັນທີ່ສູງຫຼາຍ​ຮ້ອຍ​ແມັດ ​ແລະ ຈາ​ກໜ້າຜາ​ຊັນກ່າຍ​ອອກ​ໄປ​ນອກ ​ມີຄວາມ​ສູງ​ເຖິງ 80 ​ແມັດ​. ​ໂຄງການ​ນີ້​ພວມ​ຢູ່​ໃນ​​ໄລຍະ​ຂໍ​ຈົດ​ເຂົ້າ​ໃນ​ບັນທຶກ​ໂລກກິ​ເນສບຸກ ອາດ​ຈະ​ກາຍ​ເປັນດິນ​ແດນ​ແຫ່ງການທ່ອງທ່ຽວ​ໃໝ່. ຂົວ​ລະບຽງ​ເປັນ​ຮູບ A, ​ໃຊ້​ແກ້ວ​ປູ​ທີ່​ສາມາດ​ເບິ່ງເຫັນ​ຊອດ​ລຸ່ມ​. ​ເນື່ອງ​ຈາກ​ວ່າ​ມີ​ການ​ອອກ​​ແບບ​ທີ່​ພິ​ເສດ, ​ເມື່ອ​ຄົນ​ຍ່າ​ງຢູ່​ເທິງ​ຂົວ​ລະບຽງ​ນີ້​ຕ່າງ​ກໍ​ສັ່ນ​ທັງ​ກາຍ​ແລະ​ໃຈ​ຢ່າງ​ຈະ​ແຈ້ງ.
1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ