ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ສິງກະ​ໂປ​ຄັ້ງ​ທີ 3 ຈັດ​ຂຶ້ນ​ຢູ່​ສິງກະ​ໂປ
2017-04-06 16:46:10  cri 
ຫວ່າງ​ມໍ່ໆ​ມາ​ນີ້, ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຈີນ-ສິງກະ​ໂປ​ຄັ້ງ​ທີ 3 ທີ່​ສູນ​ຫວງ​ຈິ່ນຮຸ່ຍມະຫາວິທະຍາ​ໄລ​ການ​ຄຸ້ມ​ຄອງ​ສິງກະ​ໂປ(SMU) ​ແລະ ກຸ່ມ​ບໍລິສັດຊື່ຣຸ້ຍຈຳກັດ​ ສປ ຈີນ​​​ໄດ້ຮ່ວມ​ກັນ​ຈັດ​ຂຶ້ນ​ຢູ່​ສິງກະ​ໂປນັ້ນ,ຜູ້​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຮ່ວມ​ກັນ​ຄົ້ນຄວ້າຫາລືຫຼາຍ​ດ້ານ​ເຊັ່ນ:​ ທ່າ​ອ່ຽງ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ​ຢູ່​ຕາມ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21, ການ​ສັບ​ຊ້ອນ​ນະ​ໂຍບາຍ​ດ້ານ​ເສດຖະກິດ, ການ​ລົງທຶນ​ແລະ​ການ​ພັດທະນາ​ວິ​ສາ​ຫະກິດ​ໃນ​ອະນາຄົດ​ເປັນ​ຕົ້ນ ​ເພື່ອ​ເຮັດ​ແນວ​ໃດ​ຈະ​ໃຫ້​ບັນລຸ​ການ​ພັດທະນາ​ຮ່ວມ​ກັນ​ຂອງ​ປະ​ເທດ​ຢູ່​ຕາມ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21.

​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້​ໄດ້​ຕີ​ລາຄາການ​ເສີມ​ຂະຫຍາຍສາຍ​ພົວພັນ​ລະຫວ່າງ​ຈີນ-ສິງກະ​ໂປ​ຢ່າງ​ຕັ້ງໜ້າ​ຕື່ມ​ອີກ, ພ້ອມ​ທັງ​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ຫາລືທ່າ​ອ່ຽງ​ການ​ພັດທະນາ​ສາຍພົວພັນ​ລະຫວ່າງ​ຈີນ-ສິງກະ​ໂປ​,ຈີນ​-​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ທັງ​ຈະ​ເຮັດ​ໃຫ້​ຜູ້​ເຂົ້າ​ຮ່ວມ​ເຂົ້າ​ໃຈຕໍ່​ການ​ບັນລຸ​ການຮ່ວມ​ກັນ​ພັດທະນາ​ຂອງ​ປະ​ເທດ​ຢູ່​ຕາມ​​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21. ຂະນະ​ດຽວ​ກັນ, ​ເວທີ​ປຶກສາ​ຫາລື​ແລະ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ ​ຍັງ​ໄດ້​ສະ​ເໜີ​ໃຫ້​ລົງ​ເລິກ​ການ​ປະຕິບັດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ