ໂສມໜ້າໃໝ່ຂອງຊານເມືອງຊິດນີ(ວິດີໂອ)
2017-04-06 16:24:21  cri 

 

ລະຫວ່າງການຂີດການຂຽນຊະຊາຍ ຫຼືຮູບແຕ້ມບົນຝາທີ່ງົດງາມ, ທ່ານຈະມັກແບບໃດຫຼາຍກວ່າ? ໃນທີ່ສຸດ ຄົນຊານເມືອງແຫ່ງໜຶ່ງຂອງຊິດນີກໍໄດ້ເລືອກເອົາແບບຮູບແຕ້ມບົນຝາ. ເພື່ອລຶບລ້າງການຂີດຂຽນຊະຊາຍທີ່ເປັນການທຳລາຍໂສມໜ້າຕົວເມືອງນັ້ນ, ຊານເມືອງແຫ່ງນີ້ຈິ່ງໄດ້ມີແຜນການເກັບກຳຂໍ້ມູນຈາກເຈົ້າຂອງເຮືອນ ແລ້ວເຊີນສິລະປິນແຕ້ມຮູບໄປແຕ້ມຮູບຢູ່ຕາມຝາຂອງເຈົ້າຂອງເຮືອນ, ຈາກນັ້ນ ບັນດາສິລະປິນກໍໄດ້ແຕ້ມຮູບໃສ່ຝາຫຼາຍແຜ່ນ ເຊິ່ງເມື່ອເຈົ້າຂອງເຮືອນເຫັນແລ້ວກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະຮູບແຕ້ມເຫຼົ່ານີ້ກໍເຮັດໃຫ້ຊານເມືອງນີ້ເຕັມໄປດ້ວຍກິ່ນອາຍຂອງສິລະປະ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ