ປະທານ​ປະ​ເທດ​ຈີນ​ພົບ​ປະ​ເຈລະຈາ​ກັບ​ປະທານາ​ທິບໍດີ​​ແຟງ​ລັງ
2017-04-06 09:46:05  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຊາວ​ລີ ວາຍ​ນາ​ໂມ ນີນີສ​ໂຕ ປະທານາທິບໍດີ​ແຟງ​ລັງ​ຢູ່​ນະຄອນຫຼວງ​ແຮນ​ຊິງ​ກີ​ໃນ​ວັນ​ທີ 5 ​ເມສາ​ນີ້ ​ໂດຍປະມຸກ​ລັດ​ສອງ​ປະ​ເທດ​ໄດ້​​ຕີ​ລາຄາ​ຄວາມ​ຄືບ​ໜ້າອັນ​ໃຫຍ່​ຫຼວງ​ນັບ​​ແຕ່​ສອງ​ປະ​ເທດ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ໃນ 67 ປີ​ມາ​ນີ້, ທັງ​ໄດ້​ຮ່ວມ​ກັນຖະ​ແຫຼ​ງຢືນຢັນ​ໃນ​ການ​ເຮັດ​ໃຫ້​ສາຍ​ພົວພັນ​ລະຫວ່າງ​ຈີນ​ກັບ​​ແຟງ​ລັງ​ເປັນ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ແບບ​ໃໝ່​ທີ່​ອ່ວຍ​ໜ້າ​ໄປ​ສູ່​ອະນາຄົດ ​ແລະ​ເນັ້ນວ່າ, ສອງ​ຝ່າຍ​ຈະ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ ​ແລະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ ​ແລະ​ປະ​ຊາ​ຊົນ​ສອງ​ຊາດ.

ປະມຸກ​ລັດ​ສອງ​ປະ​ເທດ​ເປັນ​ເອກະ​ພາບ​ກັນ​ຢືນຢັນ​ຕໍ່ການ​ສ້າງ ​ແລະ​ຊຸກຍູ້​ສາຍ​ພົວພັນ​ຈີນ-​ແຟງ​ລັງ​ເປັນ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ແບບ​ໃໝ່​ທີ່​ອ່ວຍ​ໜ້າ​ໄປ​ສູ່​ອະນາຄົດ ​ແລະ​ຢ້ຳຈະ​ເຄົາລົບ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງກັນ​ແລະ​ກັນ, ຍຶດໝັ້ນ​ຕ່າງ​ຝ່າຍຕ່າງ​ເຄົາລົບ​ກັນ ​ແລະ​ຫຼັກການ​ສະ​ເໝີ​ພາບ, ພິຈາລະນາ​ເຖິງ​ຜົນ​ປະ​ໂຫຍ​ດ​​ທີ່​ເປັນແກນ​ກາງ​ແລະ​ເປັນ​ຄວາມ​ເອົາ​ໃຈ​ໃສ່​ຂອງກັນ​ແລະ​ກັນ. ​ໃນ​ໂອກາດ​ດັ່ງກ່າວ, ​ແຟງ​ລັງ​ກໍ​ໄດ້​ກ່າວ​ຢ້ຳທີ່ຈະ​ຍຶດໝັ້ນ​ນະ​ໂຍບາຍ​ຈີນ​ດຽວ ​ແລະ​ຍິນ​ດີ​ພິຈາລະນາ​ເຖິງ​ຜົນປະ​ໂຫຍ​ດສຳຄັນໃນ​ການ​ຮ່ວມ​ມືຂອງ​ສອງ​ຝ່າຍ.

ຫຼັງ​ການ​ພົບ​ປະ, ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ເປັນ​ສັກຂີ​ພິຍານ​ໃຫ້​ແກ່​ການ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ການ​ປະດິດ​ສ້າງ, ລະບົບ​ຍຸດຕິ​ທຳ, ການ​ຄົ້ນຄວ້າ​ແລະ​ການ​ຮ່ວມ​ມື​ກ່ຽວ​ກັບ​ໝີ​ແພນ​ດາ ​ແລະ​ອື່ນໆ.

ຈາກ​ນັ້ນ, ສອງ​ຝ່າຍກໍ​ໄດ້​ເຜີຍ​ແຜ່ "ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ແລະ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ແບບ​ໃໝ່​ທີ່​ອ່ວາຍ​ໜ້າ​ໄປ​ສູ່​ອະນາຄົດ​ລະຫວ່າງສາທາລະນະ​ລັດ​ປະຊາຊົນ​ຈີນ​ແລະ​ສາທາລະນະ​ລັດ​ແຟງ​ລັງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ