ຈີນ​ແລະ​ຫວຽດນາມ​ຕັ້ງໜ້າ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ
2017-04-06 10:45:45  cri 
​ກົມ​ທ່ອງ​ທ່ຽວ​ຫວຽດນາມ​ເປີດ​ເຜີຍ​ໃນ​ວັນ​ທີ 5 ​ເມສາ​ນີ້​ວ່າ, ນັກ​ທ່ອງ​ທ່ຽວ​ແຜ່ນດິນ​ໃຫຍ່​ຈີນ​ທີ່​ໄປ​ທ່ຽວປະ​ເທດ​ຕົນໃນ​ເດືອນ​ມີນາ​ປີ​ນີ້ມີ​ເກືອບ 3 ​ແສນ​ເທື່ອ​ຄົນ ​ເຊິ່ງ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານາມາ 39,2% ​ ​ແລະຈີນ​ໄດ້​ເປັນ​ແຫຼ່ງນັກ​ທ່ອງ​ທ່ຽວ​ທີ່​ໃຫຍ່​ທີ່​ສຸດ​ສຳລັບ​ຕະຫຼາດ​ທ່ອງ​ທ່ຽວ​ ​ຫຼາຍ​ປີ​ຕໍ່​ເນື່ອງ​ກັນ.

​ເຈົ້າ​ໜ້າ​ທີ່​ກົມ​ທ່ອງ​ທ່ຽວ​ຫວຽດນາມ​ເປີດ​ເຜີຍ​ວ່າ, ຫວຽດນາມ​ໄດ້​ເອົາ​ໃຈ​ໃສ່​ຕໍ່ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ການທ່ອງທ່ຽວ​ໃນ​ໄລຍະ​ຍາວ ​ແລະ​ຍິນ​ດີ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ປະ​ເທດ​ຕົນນັບ​ມື້​ຫຼາຍ​ຂຶ້ນ ​ແລະ​ຫວັງທາງ​ການ​ເພີ່ມທະວີ​ການທ່ອງທ່ຽວ​ລະຫວ່າງ​ສອງ​ປະ​ເທດ ຈະ​ເປັນ​ການ​ເພີ່ມ​ທະວີ​ການ​ໄປາ​ຫາ​ສູ່​ແລະ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນ​ສອງ​ຊາດ ​ເພື່ອ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຕໍ່​ການ​​ເສີມຂະຫຍາຍ​ສາຍ​ພົວພັນ​ຫວຽດນາມ-ຈີນ.

​ເດືອນ​ມັງກອນ​ປີ​ນີ້, "​ແຜນການ​ຮ່ວມ​ມືການທ່ອງທ່ຽວ​ສົກ​ປີ 2017 – 2019 ​ໄດ້​ຮັບ​ການ​ລົງ​ນາມລະຫວ່າງອົງການທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ກັບ​ກະຊວງ​ວັດທະນະທຳ, ກິລາ​ແລະ​ທ່ອງ​ທ່ຽວ​ຫວຽດນາມ" ​ເພື່ອຕອບ​ສະໜອງ​ກຳລັງ​ຊຸກ​ດັນໃຫ້​ແກ່​ການ​ຮ່ວມ​ມດ້ານ​ການທ່ອງທ່ຽວ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ແຂງ​ແຮງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ