​ໄທ​ພ້ອມເປັນ​ສູນ​ກິລາ​ໂລກ
2017-04-06 11:09:05  cri 
ຕາມ​ໜັງສືພິມ​ເຢິນມິນ​ຢື້​ປ້າວ​ຂອງ​ຈີນ: ສື່​ມວນ​ຊົນ​ໄທ​ລາຍ​ງານ​ໃນ​ວັນ​ທີ 4 ​ເມສາ​ນີ້​ວ່າ, ​ທ່ານ​ນາງ​ກອບການ ວັດທະນາ​ລັງ​ກຸນ ລັດຖະມົນຕີ​ກະຊວງ​ທ່ອງ​ທ່ຽວ​ແລະ​ກິລາ​ໄທ​​ເປີດ​ເຜີຍ​ວ່າ, ກະຊວງ​ຕົນ​ຈະ​ວາງ​ແຜນ​​ກະ​ຕຸ້ນ​ການ​ພັດທະນາ​ເສດຖະກິດ​ດ້ວຍ​ການທ່ອງທ່ຽວກິລາ​ ​ແລະ​ວາງ​ເປົ້າ​ໝາຍ​ໃຫຍ່​ທີ່​ຈະ​ສ້າງ​ໄທ​ໃຫ້​ເປັນ​ສູນ​ກິລາລະດັບ​ໂລກ​ໃນ​ 10 ປີຕໍ່ໜ້າ.

ທັງ​ນີ້​ແຕ່ລະ​ປີຈະ​ມີ​ເກືອບ 1 ລ້ານ​ຄົນ​​ເຂົ້າ​ຮ່ວມ​ກິດຈະກຳ​ແລະ​ແຂ່ງຂັນ​ກິລາ​ປະ​ເພດ​ຕ່າງໆ​ຢູ່​ໄທ, ​ໃນ​ນັ້ນ ຄົນ​ຕ່າງປະ​ເທດ​ກວມ 20%. ຖ້າ​ເປົ້າ​ໝາຍ​ສ້າງ​ໄທ​ເປັນ​ສູນ​ກິລາ​ລະດັບ​ໂລກ​ສຳ​ເລັດ, ​ເຊື່ອ​ວ່າ​ຈະ​ເຮັດ​ໃຫ້​ຄົນ​ຕ່າງປະ​ເທດ​ທີ່​ໄປ​ເຂົ້າ​ຮ່ວມ​ກິດຈະກຳ​ແລະ​ການ​ແຂ່ງຂັນ​​ກິລາ​ຢູ່​​ໄທ​ຈະ​ເພີ່ມ​ຂຶ້ນຢ່າງ​ໜ້ອຍ 30%, ຂະນະ​ດຽວ​ກັນ ລາຍ​ຈ່າຍ​​ການທ່ອງທ່ຽວ​ກິລາ​ກໍ​ຈະ​ເພີ່ມ​ຂຶ້ນ 10-20%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ