ຕາມຂ່າວCRI: ການປະກວດມະນຸດກົນຊິງຂັນໂລກຄັ້ງທີ 12 ໄດ້ຈັດຂຶ້ນຢູ່ສູນວາງສະແດງສາກົນເຕເຮລານປະເທດອີຣານແຕ່ວັນທີ 4 ຫາ 7 ເມສານີ້ ແລະມີ 300 ກວ່າທີມຈາກອີຣານແລະຕ່າງປະເທດເຂົ້າຮ່ວມການ ການປະກວດຄັ້ງນີ້ພາຍໃຕ້ການເປັນເຈົ້າພາບຮ່ວມລະຫວ່າງຄະນະກຳມະການແຫ່ງຊາດຊິງຂັນໂລກມະນຸດກົນອີຣານ ແລະມະຫາວິທະຍາໄລກາສວິນອາຊັດ ແລະສາມາດດຶງດູດທີມມະນຸດກົນຈາກຕ່າງປະເທດໄດ້ 150 ທີມທີ່ມາຈາກຈີນ, ອາເມລິກາ, ເຢຍລະມັນ, ອິນເດຍແລະສິງກະໂປໄດ້ສົ່ງເຂົ້າຮ່ວມປະກວດ.