ຣັດ​ເຊຍ​ຈັບ​ຜູ້​ທີ່​ມີ​ສ່ວນ​ກ່ຽວ​ພັນ​ກັບ​​ເຫດ​ລະ​ເບີດ​ລົດ​ໄຟ​ໃຕ້​ດິນ​ໄດ້ຫຼາຍຄົນ
2017-04-07 11:09:58  cri 

ທ່ານ​ສະ​ເວັດ​ລາ​ນາ ປີ​ເຕຣັນ​ໂກ ​ໂຄສົກ​ຄະນະ​ສືບສວນ-ສອບ​ສວນ​ສະຫະພັນຣັດ​ເຊຍ ກ່າວ​ໃນ​ວັນ​ທີ 6 ​ເມສາ​ນີ້​ວ່າ: ຫວ່າງ​ແລ້ວ​ນີ້, ​ເຈົ້າໜ້າ​ທີ່​ປະຕິບັດ​ກົດໝາຍ​ປະ​ເທດ​ຕົນ​ສາມາດ​ຈັບ​ຜູ້​ຕ້ອງ​ສົງ​ໄສ​ຄະດີ​ກໍ່​ການ​ຮ້າຍ​ຈາກ​ປະ​ເທດ​ອາຊີ​ກາງ​ໄດ້ຫຼາຍຄົນ ​ໂດຍ​ພວກ​ເຂົາ​ໄດ້​ຕິດ​ຕໍ່​ພົວພັນ​ກັບ​ອັກ​ບາ​ຊອນ ຈາລີ​ລົຟ ຜູ້​ຕ້ອງ​ໄ​ສ​​ຄະດີ​ໂຈມ​ຕີ​ລົດ​ໄຟ​ໃຕ້​ດິນ​ເມືອງ​ແຊງ​ເປ​ເຕີ​ສະ​ເບິ​ກ​ແບບ​ກໍ່​ການ​ຮ້າຍ.

ນອກ​ນີ້, ຂ່າວສານ​ອິນ​ເຕີ​ແຟັກຣັດ​ເຊຍ ຍັງ​ໄດ້ລາຍ​ງານ​ໃນ​ວັນ​ທີ 6 ​ເມສາ​ນີ້​ວ່າ, ​ເຈົ້າໜ້າ​ທີ່​ປະຕິບັດ​ກົດໝາຍ​ປະ​ເທດ​ຕົນ​ສາມາດ​ຈັບຊາວ​ອາຊີ​ກາງ​ທີ່​ຖືກ​ສົງ​ໄສ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ຄະດີ​ດັ່ງກ່າວ​ໄດ້ອີກ 3 ຄົນ​ຢູ່​ເຮືອນ​ເຊົ່າ​ຫຼັງ​ໜຶ່ງ​ຖະໜົນ​ມິດຕະພາບ ທາງ​ພາກ​ຕາ​ເວັນ​ອອກ​ເມືອງ​ແຊງ​ເປ​ເຕີ​ສະ​ເບິ​ກ​ໃນ​ຕອນ​ຮຸ່ງ​ເຊົ້າວັນ​ດັ່ງກ່າວ ​ແລະຕໍ່​ມາ, ​ເຈົ້າໜ້າ​ທີ່​ປະຕິບັດ​ກົດໝາຍ​ກໍໄດ້​ແຍກ​ປະຊາຊົນ​ອອກ​ຈາກອາຄານ ທັງກວດຄົ້ນ​ເຮືອນ​ເຊົ່າ  ​​ໂດຍ​ສາມາດພົບອຸປະກອນ​ປະກອບ​ລະ​ເບີດ​ລູກ​ໜຶ່ງ.​ ຈາກ​ນັ້ນ, ​ເຈົ້າໜ້າ​ທີ່​ກໍ​​ເກັບ​ກູ້​ລະ​ເບີດ​ຢູ່​ເຮືອນ​ເຊົ່າຫຼັງດັ່ງກ່າວ.

ທັງ​ນີ້ ​ໃນຕອນ​ບ່າຍ​ວັນ​ທີ 3 ​ເມສາ​ນີ້ ສະຖານີ​ລົດ​ໄຟ​ໃຕ້​ດິນ​ເມືອງ​ແຊງ​ເປ​ເຕີ​ສະ​ເບິ​ກ​ໄດ້​ເກີດ​ລະ​ເບີດ ​​ແລະຫຼ້າສຸດ ມາ​ເຖິງປັດຈຸບັນ​​ມີ 14 ຄົນ​ເສຍ​ຊີວິດ ​ແລະ 50 ກວ່າ​ຄົນ​ບາດ​ເຈັບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ